ຊີວະ​ພາບ​ທົ່ງ​ຫຍ້າ​ຂອງ​ຈີນ​​ໄດ້ຮັບ​ການ​ປັບປຸງ​ເທື່ອ​ລະ​ກ້າວ  ການ​​ໃຊ້​ງົບປະມານ​​ເລີ່​ມໄດ້​ຮັບ​ໝາກຜົນ

(GMT+08:00) 2013-10-21 16:39:34     cri

ຄວາ​ມພະຍາຍາມ​ຂອງ​ຈີນ​​​ໃນ​ການ​ຄຸ້ມ​ຄອງຊີວະ​ພາບຂອງ​ທົ່ງ​ຫຍ້າ​​​ເລີ່​ມໄດ້ຮັບໝາກຜົນ. ຈີນ​ມີ ທົ່ງ​ຫຍ້າທໍາ​ມະ​ຊາດ​ປະ​ເພດ​ຕ່າງໆ​ປະມານ 4 ຮ້ອຍ​ລ້ານ​ເຮັກຕາ ​ເຊິ່ງກວມ​ເອົາປະມານ 40% ຂອງ​ເນື້ອ​ທີ່​ດິນ​​ແດນ​​ເທິງບົກ. ​ແຕ່​ເນື່ອງ​ຈາກ​ວ່າມີ​ປາກົດການລ້ຽງສັດ​ຕາ​ມທົ່ງ​ຫຍ້າ​ຫລາຍເກີນ​ໄປ, ການ​ນໍາ​​ໃຊ້​ທົ່ງ​ຫຍ້າ​ເກີນ​ໄປຢ່າງ​ບໍ່​ຢຸດ​ຢັ້ງ ​ແລະງົບປະມານ​​​ບໍ່​ພຽງພໍ, ຊີວະ​ພາບ​ທົ່ງ​ຫຍ້າ​ຂອງ​ຈີນ​​ໄດ້​ຖືກ​ທໍາລາຍ​ຢ່າງ​ຮ້າຍ​ແຮງ. ​ແຕ່​ປີ 2011 ຫາ​ປີ 2013, ການ​ເງິນ​ສູນ​ກາງ​ຈີນ​ໄດ້​ໃຊ້​ງົບປະມານຈໍານວນ 45 ຕື້​ຢວນ​ໃນ​ການ​ສົ່ງ​ເສີມ​ການ​ອະນຸ​ຮັກຊີວະ​ພາບຂອງ​ທົ່ງ​ຫຍ້າ ​ແລະ​ເຮັດ​ໃຫ້ຊີວະ​ພາບ​ທົ່ງ​ຫຍ້າ​ຂອງ​ຈີນ​ໄດ້​ຮັບ​ການ​ປັບ​ປຸງ​​ໃຫ້​ດີ​ຂຶ້ນເທື່ອ​ລະ​ກ້າວ.

ສະຖິຕິ​ຂອງກະຊວງ​ການ​ເງິນ​ຈີນສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ​ປີ 2012, ​ອັດຕາ​ພືດ​ປົກ​ຫຸ້ມ​ສັງ​ລວມຂອງທົ່ງ​ຫຍ້າ​ຂອງ​ຈີນ​ແມ່ນປະມານ 54% ຖ້າ​ທຽບ​ກັບປີ​ກາຍ​ນີ້​ໄດ້​ເພີ່ມ​ຂຶ້ນ 3%, ​ປະລິມານ​ການຜະລິດ​ຫຍ້າ​ສົດ​ແມ່ນປະມານ 1 ຕື້ໂຕນ, ​ເປັນ​ປີ​ທີ່​ຜະລິດ​ຫຍ້າ​ຫລາຍ​ທີ່​ສຸດ​ໃນ​ສິບ​ປີ​ມາ​ນີ້.