ຣັດ​ເຊຍ​ມີ​ຄວາມສົງ​ໄສ​ຕໍ່ກອງ​ປະຊຸມ "ໝູ່​ເພື່ອນ​ຂອງ​ຊີຣີ"

(GMT+08:00) 2013-10-22 18:01:03     cri
ວັນທີ 21 ຕຸລາ​ນີ້​ຢູ່​ມົສກູ, ທ່ານ​ເກັນ​ນາ​ດີ ກະທິ​ລົຟ, ລັດຖະມົນ​ຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ​ກ່າວ​ວ່າ​, ຣັດ​​ເຊຍ​ຄັດຄ້ານ​​ການ​ປຶ​ກາສາ​ຫາລື​ຢ່າງ​ປິດ​ລັບ​ກ່ຽວ​ກັບ​ບັນຫາ​ຊີຣີ, ຝ່າຍ​ຕ່າງໆ​ຄວນ​ນຳ​ໃຊ້​ກອງ​ປະຊຸມ​ເຊີ​ແນວ​ຄັ້ງ​ທີ​ສອງ, ​ເຮັດ​ໃຫ້​ບັນຫາ​ຊີຣີ​ໄດ້​ຮັບ​ການ​ແກ້​ໄຂ​ດ້ວຍທາງ​ການ​ເມືອງ​ໃນສຸດ​ທ້າຍ.

​ໃນ​ເວລາ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ກອງ​ປະຊຸມ "ໝູ່​ເພື່ອນ​ຂອງ​ຊີຣີ"ທີ່​ຈະ​ຈັດ​ຂຶ້ນ​ຢູ່​ລອນ​ດອນ​ໃນ​ວັນ​ທີ 22 ຕຸລາ​ນີ້, ທ່ານ​ກະທິ​ລົຟກ່າວ​ວ່າ, ກ່ຽວ​ກັບ​ບັນຫາ​ຊີຣີ, ຣັດ​ເຊຍ​​ໄດ້​ສຸມ​ກຳລັງ​ເຂົ້າ​ໃນ​ເພື່ອ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຮ່ວມ​ກັນ​ບົນ​​ເວທີ​ປະສານ​ງານ​ເຊິ່ງກັນ​ແລະ​ກັນ​ຕະຫຼອດມາ, ຄັດຄ້ານ​ການ​ປຶກສາ​ຫາລື​ແບບ​ປິດ​ລັບທຸກ​ຮູບ​ການ, ຫຼື​ວ່າການ​ປຶກສາ​ຫາລື​ແຕ່​ຝ່າຍ​ດຽວ, ນີ້​ກໍ່​ແມ່ນ​ການ​ລິ​ເລີ່ມຂອງມະຕິ​ເລກ 2118 ຂອງ​ສະພາຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ. ຣັດ​ເຊຍ​ມີ​ຄວາມ​ສົງ​ໄສ​ຕໍ່ຈຸດປະສົງ​ຂອງກອງ​ປະຊຸມ "ໝູ່​ເພື່ອນຂອງ​ຊີຣີ".