ນາຍົກລັດຖະມົນຕີຫວຽດນາມ​ກ່າວ​ວ່າການ​ເຕີບ​ໂຕ​ດ້ານ​ເສດຖະກິດ​​ໃນ​ປີ2013ຈະຕ່ຳກວ່າ​ເປົ້າ​ໝາຍທີ່​ວາງ​ໄວ້

(GMT+08:00) 2013-10-22 10:40:56     cri

ຕາມ​ຂ່າວCRI: ວັນ​ທີ21ຕຸລາ​ນີ້, ທ່ານ​ຫງວຽນ​ເຕິ​ນຢຸງ, ນາຍົກລັດຖະມົນຕີຫວຽດນາມ​ກ່າວ​ວ່າ, ​ໃນ​ປີ2013​ເສດຖະກິດ​ຂອງ​ຫວຽດນາມ​ໄດ້​ຮັບ​ການ​ຟື້ນ​ຕົວ​ຂຶ້ນ, ​ໃນ​15​ເປົ້າ​ໝາຍຂອງການ​ພັດທະນາ​ສັງຄົມມີ11​ເປົ້າ​ໝາຍ​​ໃກ້​ຈະ​ສຳ​ເລັດ​ລົງ, ​ແຕ່​ວ່າ​ຍັງ​ມີ4​ໂຄງການ​ໄດ້​ບັນລຸ​ຕ່ຳ​ກວ່າ​​ເປົ້າ​ໝາຍທີ່​ວາງ​ໄວ້, ລວມທັງ​ອັດ​ຕາ​ເພີ່ມ​ຂຶ້ນ​ຂອງລວມ​ຍອດ​​ຜະລິດ​ຕະພັນ​ພາຍ​ໃນ​​ຫຼືGDP.

​ໃນ​ມື້​ດຽວ​ກັນ, ​ໃນ​ກອງ​ປະຊຸມ​ຄັ້ງ​ທີ6ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ13ຂອງ​ຫວຽດນາມ, ທ່ານ​ຫງວຽນ​ເຕິ​ນຢຸງ​ໄດ້ລາຍ​ງານ​ວຽກ​ງານ​ລັດຖະບານກ່ຽວ​ກັບ​ສະພາບ​ການ​ພັດທະນາ​ດ້ານ​ເສດຖະກິດ​ສັງຄົມ​ໃນ​ປີ2013ຂອງ​ລັດຖະບານ, ສະພາບ​ການ​ປະຕິບັດ​ແຜນການ​ໃນ3ປີ​ທຳ​ອິດຂອງ​ແຜນການ​ພັດທະນາ​​ເສດຖະກິດ​ສັງຄົມ5ປີ​ແຫ່ງ​ລັດ(2011-2015)​ແລະ​ໜ້າ​ທີ່ວຽກ​ງານ​​ແຕ່​ປີ2014ຫາ​ປີ2015.

ທ່ານ​ຫງວຽນ​ເຕິ​ນຢຸງຍັງ​ໄດ້​ສະ​ເໜີ​ເປົ້າ​ໝາ​ຍຕົ້ນຕໍ​ດ້ານການ​ພັດທະນາ​​ເສດຖະກິດ​ສັງຄົມ​ປີ2014, ​ກໍ​ຄື: GDP​ເພີ່ມ​ຂຶ້ນ5,8%, ລາຄາ​ສິນຄ້າ​ເພີ່ມ​ຂຶ້ນ7%, ຂາ​ອອກ​ເພີ່ມຂຶ້​ນ10%, ອັດຕາ​ກວມGDPຂອງການ​ລົງທຶນ​ດ້ານ​ການ​ພັດທະນາ​ສັງຄົມ​​ແມ່ນ30%, ອັດຕາ​ກວມGDPຂອງຂຸມ​ການ​ເງິນ​ແມ່ນ5,3%, ສ້າງ​​ໂອກາດ​ການ​ປະກອບ​ອາ​ຊີບ1ລ້ານ6​ແສນ​ໜ້າ​ວຽກ​​ແລະ​ອື່ນໆ.