ຮອງ​ນາຍົກລັດຖະມົນຕີຈີນພົບ​ຮອງ​ນາ​ຍົກ​ລັດຖະມົນຕີ​ສິງກະ​ໂປ

(GMT+08:00) 2013-10-22 10:42:15     cri
ຕາມ​ຂ່າວCRI: ວັນ​ທີ21ຕຸລາ​ນີ້, ທ່ານ​ຈ່າງ​ກ່າວ​ລີ້, ຮອງນາຍົກລັດຖະມົນຕີຈີນ​ໄດ້​ເດີນທາງ​ເຖິງ​ສິງກະ​ໂປ, ​ແລະພົບ​ປະ​ກັບ​ທ່ານ​ເທ​ວຊີຮຽນ, ຮອງ​ນາຍົກລັດຖະມົນຕີສິງກະ​ໂປ. ຫຼັງຈາກ​ການ​ພົບ​ປະ, ທ່ານ​ເທວຊີ​ຮຽນ​ໄດ້​ຈັດ​ງານ​ລ້ຽງ​ອາຫານ​ຄ່ຳ​ເພື່ອ​ຕ້ອນຮັບ​ທ່ານ​ຈ່າງ​ກ່າວ​ລີ້​ພ້ອມ​ດ້ວຍ​ຄະນະ.

ທ່ານ​ຈ່າງ​ກ່າວ​ລີ້​ກ່າວ​ວ່າ, ​ໃນ23ປີຜ່ານ​ມາ​ທີ່​ຈີນ​ກັບ​ສິງກະ​ໂປ​ໄດ້​ສ້າງສາຍ​ພົວພັນ​ທາງ​ການ​ທູດນຳ​ກັນ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດມີ​ການ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ, ລະດັບ​ການ​ຮ່ວມ​ມື​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ເຊື່ອມ​ໂຍງ​ເຂົ້າກັນ​ດ້ານ​ຜົນ​ປະ​ໂຫຍ​ດ​ນັບ​ມື້​ນັບ​ເລິກ​ເຊິ່ງກວ່າ​ເກົ່າ. ກົນ​ໄກ​ການ​ຮ່ວມ​ມື​ຂັ້ນ​ຮອງ​ນາຍົກລັດຖະມົນຕີ3​ກົນ​ໄກລະຫວ່າງ​ຈີນ​ກັບ​ສິງ​ກະ​ໂປ​ແມ່ນຂີດ​ໝາຍ​ສຳຄັນ​ດ້ານ​ການ​ພົວພັນມິດຕະພາບ​ແລະ​ການ​ຮ່ວມ​ມື​ທີ່ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ. ສະ​ນັ້ນ​ຄວນ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ຂອງ​ກົນ​ໄກ​ການ​ຮ່ວມ​ມື3ກົນ​ໄກດັ່ງກ່າວ​ນີ້.

ທ່ານ​ເທວ ຊີ ​ຮຽນກ່າວ​ວ່າ, ທ່ານ​ເຫັນ​ດີ​ແລະ​ເປັນ​ເອກະ​ພາບ​ໃນ​ທຸກ​ປະການ​ຕໍ່​ທ່ານ, ຮອງ​ນາຍົກລັດຖະມົນຕີຈ່າງ​ກ່າວ​ລີ້ທີ່ໄດ້​ຕີ​ລາຄາສູງ​ຕໍ່​ການ​ພົນ​ພັນ​ລະຫວ່າງ​ສິງກະ​ໂປ​ກັບ​ຈີນ​ແລະ​ຄວາມ​ເຫັນ​ກ່ຽວ​ກັບ​ທິດ​ທາງ​ການ​ຮ່ວມ​ມື​ໃນ​ອະນາຄົດ​ລະຫວ່າງ​ສອງ​ປະ​ເທດ. ການ​​ເພີ່ມ​ທະວີພັດທະນາ​ການ​ພົວພັນ​ທີ່​ມີ​ໄມ​ຕີ​ຈິດ​ລະຫວ່າງ​ສິງກະ​ໂປ​ກັບ​ຈີນຕື່ມ​ອີກ​ບໍ່​ພຽງ​ແຕ່​ຈະ​ນຳ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ໃຫ້​​ແກ່​ປະຊາຊົນ​ສອງ​ປະ​ເທດ​ເທົ່າ​ນັ້ນ, ​ແຕ່​ຍັງ​ຈະ​ມີ​ຜົນ​ດີ​ຕໍ່​ສັນຕິພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ນີ້ອີກ. ສິງກະ​ໂປ​ໄດ້​ກຽມພ້ອມ​​ເພື່ອກອງ​ປະຊຸມຂອງ3ກົນ​ໄກ​ດ້ານ​ການ​ຮ່ວມ​ມື, ​​ແລະເຊື່ອ​ວ່າ​ສອງ​ຝ່າຍ​ຈະ​ໄດ້​ຮັບ​ຜົນສຳ​ເລັດ​ດ້ານ​ການ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ແລະການ​ຊອກ​ຫາ​ຈຸດ​ການ​ຮ່ວມ​ມື​ໃໝ່ລະຫວ່າງ​ສິງກະ​ໂປ​ກັບ​ຈີນ.