ລັດຖະບານ​ຈີນ​ເຜີຍ​ແຜ່​ປື້​ມປົກ​ຂາວວ່າ​ດ້ວຍ"ການ​ພັດທະນາ​ແລະ​ຄວາມ​ຄືບ​ໜ້າ​ຂອງ​ເຂດ​ຕິ​ເບ​ດ"

(GMT+08:00) 2013-10-22 12:32:24     cri

ຕາມ​ຂ່າ​ວສານ​ຊີ​ນຮວາ: ຫ້ອງການຖະ​ແຫຼ​ງຂ່າວ​ຂອງ​ລັດຖະບານ​ຈີນ​ໄດ້​ເຜີຍ​ແຜ່​ປື້​ມປົກ​ຂາວວ່າ​ດ້ວຍ"ການພັ​ດທະນາ​ແລະ​ຄວາມ​ກ້າວໜ້າ​ຂອງ​ເຂດ​ຕິ​ເບ​ດ"​ໃນວັນ​ທີ 22 ຕຸລາ​ນີ້ ​ໂດຍ​ໄດ້​ແນະນຳ​​ໃຫ້​ຮູ້​ຂະ​ບວນການ​ພັດທະນາ​​ແລະ​ກ້າວໜ້າ​ແລະ​ຜົນສຳ​ເລັດ​ທີ່​ຈະ​​ເລີ​ນຮຸ່ງ​ເຮືອງ​ທີ່​ໄດ້​ຮັບ​ຂອງ​ເຂດ​ຕິ​ເບ​ດ ​ໃນ​ໄລຍະ60 ກວ່າ​ປີຜ່ານມາ.


ປື້​ມປົກ​ຂາວ​ຂຽນ​ວ່າ, ​ເຂດ​ຕິ​ເບ​ດ​ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ຈີນ​ຕັ້ງ​ແຕ່​ບູຮານ​ນະ​ການ. ລວມທັງ​ໝົດ​ແລ້ວປື້​ມປົກ​ຂາວ​ມີ​ປະມານ 2 ໝື່ນ​ຕົວ​ໜັງສືຈີນ, ​ໄດ້​ແນະນຳ​ໃຫ້​ຮູ້​ສະພາບ​ຄວາມ​ຄືບ​ໜ້າດ້ານ​ການ​ພັດທະນາ​ເຂດ​ຕິ​ເບ​ດດ້ວຍ​ຕົວ​ເລກ​ຂໍ້​ມູນ​ແລະ​​ເລື່ອງ​ຈິງ​ຢ່າງ​ຫຼວງ​ຫຼາຍ​ລວມມີ 6 ດ້ານ. ປື້​ມປົກ​ຂາວ​ຊີ້​ອອກ​ວ່າ, ​ເລື່ອງ​ຈິງ​ວ່າ​ດ້ວຍ​ຄວາມ​ຄືບ​ໜ້າດ້ານ​ການ​ພັດທະນາ​ຂອງ​ເຂດ​ຕິ​​ເບ​ດ​ໃນ 60 ກວ່າ​ປີຜ່ານມາ​ໄດ້​ຢັ້ງຢືນ​ວ່າ, ປະຊາຊົນ​ຕິ​ເບ​ດກໍຄື​ກັນ​ກັບ​ປະຊາຊົນ​ໂລກ, ມີ​ສິດ​ຊົມ​ໃຊ້​ຜົນສຳ​ເລັດ​ດ້ານ​ການ​ພັດທະນາ​ສິວິ​ໄລ​ທີ່​ທັນ​ສະ​ໄໝ, ມິ​ສິດ​ຍົກ​ສູງ​ຄຸນ​ນະພາ​ບດ້ານ​ຊີວິດ​ການ​ເປັນ​ຢູ່​ຂອງ​ຕົນ, ມີ​ສິດ​ເລືອກ​ວິທີ​ດຳລົງ​ຊີວິດ​ຂອງ​ຕົນ. ການ​ພັດທະນາ​ແລະ​ຄວາມ​ຄືບ​ໜ້າ​ຂອງ​ເຂດ​ຕິ​ເບ​ດ ​ແມ່ນສອດຄ່ອງ​ກັບ​ກົດ​ເກນການ​ພັດທະນາ​ທາງ​ສັງຄົມ​ຂອງ​ມວນ​ມະນຸດ, ສອດຄ່ອງ​ກັບ​ຄວາມ​ໝຸ່ງມາດ​ປາຖະ​ໜາ​ຮ່ວມ​ຂອງ​ປະຊາຊົນ​ບັນດາເຜົ່າ​ຂອງ​ເຂດ​ຕິ​ເບ​ດ, ​ແມ່ນ​ຜົນທີ່​ຕ້ອງ​ເປັນ​ໄປ​ໃນ​ການ​ພັດທະນາແລະ​ຄວາມຄືບ​ໜ້າ​​ຂອງ​ຈີນຢ່າງຮອບດ້ານ.