ໄທຈະສ້າງນະຄອນຊຽງໃໝ່​ໃຫ້ເປັນ"ເມືອງປະຊຸມ, ວາງສະ​ແດງ​ແລະທ່ອງທ່ຽວ"

(GMT+08:00) 2013-10-22 14:40:17     cri
ຕາມຂ່າວCRI: ສື່ມວນຊົນໄທລາຍງານໃນວັນທີ21ຕຸລານີ້ວ່າ, ລັດຖະບານ​ໄທມີ​ແຜນ​ຈະ​ສ້າງ​ນະຄອນ​ຊຽງ​​ໃໝ່​ເຊິ່ງ​ເປັນ​ເມືອງ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຢູ່​ພາກ​ເໜືອ​ໃຫ້​ເປັນ​ສູນ​ກາງຈັດ​ກອງ​ປະຊຸມ​ຈັດ​ງານວາງສະ​ແດງ​​ແລະ​ເມືອງທ່ອງ​ທ່ຽວ​ຂອງອາ​ຊຽນ, ​ເພື່ອ​​ເຮັດ​ໃຫ້​ລາຍ​ຮັບ​ດ້ານ​ການທ່ອງທ່ຽວ​ເພີ່ມ​ຂຶ້ນ, ​ແລະກະ​ຕຸ້ນ​ເສດຖະກິດ​ທົ່ວ​ປະ​ເທດ.

​ເຈົ້າ​ໜ້າ​ທີ່​ຂອງ​ຈັງຫວັດ​ຊຽງ​ໃໝ່​ກ່າວ​ວ່າ, ​ໃນ​ດ້ານ​ການ​ພັດທະນາ​ຂະ​ແໜງການ​ປະຊຸມ, ງານ​ວາງສະ​ແດງ​ແລະ​ທ່ອງ​ທ່ຽວ, ບໍ່​ຕ້ອງ​ສົງ​ໄສ​ວ່າຊຽງ​ໃໝ່ມີທ່າ​ແຮງພິ​ເສດ. ວັດທະນະທໍາອັນ​ເປັນ​ມູນ​ເຊື້ອ​ທີ່​ອຸດົມສົມບູນ​ແລະ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ໄດ້​ເຮັດ​ໃຫ້​ຊຽງ​ໃໝ່​ເປັນ​​ແຫຼ່ງທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ນັກ​ທ່ອງ​ທຽວ​ມາ​ໂດຍ​ຕະຫຼອດ, ​ເຄີຍ​ຖືກ​ປະ​ເມີນ​ເປັນ​ແຫຼ່ງທ່ອງ​ທ່ຽວ​ດີ​ທີ່​ສຸດ​ແຫ່ງ​ໜຶ່ງ​ໃນ​ໂລກ​ໂດຍ​ວາລະສານ​ທ່ອງ​ທ່ຽວ​ແລະ​ອົງການ​ຈັດ​ຕັ້ງປະ​ເພດ​ຕ່າງໆຫຼາຍ​ເທື່ອ.

ຂ່າວ​ແຈ້ງວ່າ, ນັບ​ແຕ່​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ​ລວມທັງ​ໝົດມີ​ກິດຈະກຳ​​ກອງ​ປະຊຸມ​ແລະງານ​ວາງສະ​ແດງ490ຄັ້ງ​ຖືກ​ຈັດ​ຂຶ້ນ​ຢູ່​ນະຄອນ​ຊຽງ​ໃໝ່, ​ໃນ​ນັ້ນ​80%​ແມ່ນ​​ມີ​ລັກສະນະ​ສາກົນ. ປະຈຸ​ບັນ​ນີ້, ນະຄອນ​ຊຽງ​ໃໝ່​ມີ4ໝື່ນ​ຫ້ອງ​ສະໜອງ​ໃຫ້​ນັກ​ທ່ອງ​ທ່ຽວ​​ເຊົ່າ, ສະໜາມ​ບິນ​ສາກົນ​ຊຽງ​ໃໝ່​ໄດ້​ເປີດ​ຖ້ຽວ​ບິນ​ພາຍ​ໃນ​ປະ​ເທດ401ສາຍ​ແລະ​ຖ້ຽວ​ບິນ​ສາກົນ76ສາຍ, ​ແຕ່ລະ​ປີ​ໄດ້​ມີ​ຕ້ອນ​ຮັບ​ແຂກ8ລ້ານ​ເທື່ອ​ຄົນ. ​​ໃນ​ແຜນການ​ກໍ່ສ້າງທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ທີ່​ກຳລັງ​ກະກຽມ​ຂອງ​ໄທ, ມີ​ສາຍ​ໜຶ່ງ​ເຊື່ອມ​ຕໍ່ກັບ​ນະຄອນ​ຊຽງ​ໃໝ່​ໂດຍ​ກົງ.