ນາຍົກລັດຖະມົນຕີລັດ​ເຊຍ​ເດີນທາງ​ມາ​ເຖິງ​ນະຄອນຫລວງ​ປັກ​ກິ່ງ​ຂອງ​ຈີນ

(GMT+08:00) 2013-10-22 10:34:45     cri

ໂດຍ​ຕອບ​ສະໜອງ​ຕາມ​ຄໍາ​ເຊີນ​ຂອງ​ທ່ານ​ຫລີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ, ຕອນ​ເຊົ້າ​ວັນ​ທີ 22 ຕຸລາ​ນີ້, ທ່ານ​ດີມີຕຼີ ​ເມດ​ເວ​ເດ​ຟ, ນາຍົກ​ລັດຖະມົນຕີ​ສະຫະພັນ​ລັດ​ເຊຍ​ໄດ້​ເດີນທາງ ມາ​ເຖິງ​ນະຄອນຫລວງ​ປັກ​ກິ່ງ​ຂອງ​ຈີນ ​ແລະ​​ເລີ່​ມຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ເປັນ​ເວລາ 2 ມື້.

ໃນ​ໄລຍະ​ຢ້ຽມຢາມ​ຈີນ, ທ່ານ​ເມດ​ເວ​ເດ​ຟ ຈະ​ເຂົ້າ​ຢ້ຽມ​ຄໍານັບ​ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ, ຈັດການ​ພົບ​ປະ​ລະຫວ່າງ​ນາຍົກລັດຖະມົນຕີ​ຈີນ-ລັດ​ເຊຍຢ່າງ​ເປັນ​ປະ​ຈໍາຄັ້ງ​ທີ 18 ກັບທ່ານຫລີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ ແລະຍັງຈະພົບປະກັບທ່ານຈ່າງເຕີຈ່ຽງ, ປະທານຄະນະປະຈໍາສະພາ​ຜູ້​ແທນ​ປະຊາຊົນ​ທົ່ວ​ປະ​ເທດ​ຈີນ.

ພາຍຫລັງການ​ພົບປະ​ສອງ​​ຝ່າຍ​ລະຫວ່າງ​ນາຍົກລັດຖະມົນຕີ​ສອງ​ປະ​ເທດສິ້ນ​ສຸ​ດລົງ​ແລ້ວ, ທ່ານ​ເມດ​ເວ​ເດ​ຟຈະ​​ໄປ​ສໍານັກ​ຂ່າວສານ​ຊິນ​ຮວາ ​ເພື່ອ​ແລກປ່ຽນ​ຄໍາ​ຄິດ​ຄໍາ​ເຫັນ​ກັບ​ປະຊາຊົນ​ຈີນ​​ ແລະ​ຕອບ​ຄໍາ​ຖາມ​ຂອງ​ປະຊາຊົນ​ຈີນ ໂດຍ​ຜ່ານ​​ເວັບ​ໄຊ​ຊິນ​ຮວາ​.

ນອກຈາກ​ຢ້ຽມຢາມນະຄອນ​ຫລວງ​ປັກ​ກິ່ງ​ແລ້ວ, ທ່ານ​ເມດ​ເວ​ເດ​ຟຍັງ​ຈະ​ເດີນທາງ​ໄປ​ຢ້ຽມຢາມ​​ແຂວງ​ອ່ານ​ຮຸ່ຍ​ຂອງ​ຈີນ.