ນາຍົກລັດຖະມົນຕີອິນ​ເດຍຫວັງ​ວ່າການ​ພົວພັນ​ອິນ​ເດຍ-​ຈີນຈະ​ພັດທະນາ​ແບບ​ຍືນ​ຍົງ​ແລະ​ຮອບດ້ານ

(GMT+08:00) 2013-10-22 15:50:49     cri

ທ່ານ​ຊິງ, ນາຍົກ​ລັດຖະມົນຕີອິນ​ເດຍຈະ​ເດີນທາງ​ມາ​ຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 22 ຫາ​ວັນ​ທີ 24 ຕຸລາ​ນີ້. ​​​ເວລາ​ໃຫ້​ສໍາພາດ​ຕໍ່​ສື່​ມວນ​ຊົນ​ຈີນ​ປະ​ຈໍາ​ອິນ​ເດຍກ່​ອນຈະ​​ເດີນທາງ​ມາ​ຢ້ຽມຢາມ​ຈີນ, ທ່ານ​ຊິງ​ກ່າວ​ວ່າ, ທ່າ​ນຫວັງ​ວ່າ​ຈະ​ທໍາ​ຄວາມ​ພະຍາຍາມ​ຮ່ວມ​ກັບ​ຈີນ ​ເພື່ອຊຸກຍູ້ການ​ພົວພັນ​ອິນ​ເດຍ-​ຈີນ​ໃຫ້​ພັດທະນາ​ແບບ​ຍືນ​ຍົງ​ແລະ​ຮອບດ້ານ.

ທ່ານ​ຊິງ​ກ່າວ​ວ່າ, ການ​ຮ່ວມ​ມື​ດ້ານ​​ເສດຖະກິດ​ການ​ຄ້າ​ລະຫວ່າງ​ອິນ​ເດຍກັບ​ຈີນ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ, ສອງ​ປະ​ເທດ​ລ້ວນ​ແຕ່​ໄດ້​ຖື​ການ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ຕົນ​ແລະ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​​ເປັນ​ໜ້າ​ທີ່​ສໍາຄັນ​ທີ່​ສຸດ. ການ​ທີ່​ເຮັດ​​ໃຫ້ການ​ພົວພັນ​ສອງ​ຝ່າຍ​ມີ​ຄວາມ​ໝັ້ນ​ທ່ຽງ​ ມີຄວາ​ມສໍາຄັນ​ທີ່​ສຸດ​ຕໍ່​ສອງ​ປະ​ເທດ, ຫວັງ​ວ່າການ​ຢ້ຽມຢາມ​ຈີນ​ຄັ້ງ​ນີ້​ຈະ​ສາມາດ​​ຮັດ​ແໜ້ນການ​ພົວພັນສອງ​ຝ່າຍ​ທີ່​ປິ່ນ​ໜ້າ​ສູ່​ອະນາຄົດ. ພ້ອມ​ນັ້ນ, ທ່ານ​ຊິງ​ກ່າວ​ວ່າ, ຍິນ​ດີຕ້ອນຮັບ​ວິ​ສາ​ຫະກິດ​ຈີນ​ມາ​ລົງທຶນ​ແລະ​ສ້າງ​ໂຮງງານ​ຢູ່​ດິນ​ເດຍ, ​ຝ່າຍ​ອິນ​ເດຍກໍາລັງ​ພິຈາລະນາ​ຈະ​ສ້າງ​ເຂດ​ນິຄົມ​ອຸດສາຫະກໍາ​ຈີນ ​ແລ​ະຊຸກ​ຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​​ໃນ​ດ້ານ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ. ສອງ​ປະ​ເທດ​ຍັງ​ໄດ້​ຮັບ​ໝາກຜົນ​ທີ່​ອຸດົມສົມບູນ​ໃນ​ການຮ່ວມ​ມື​ໃນ​ຂົງ​ເຂດ​ຫລາຍ​ຝ່າຍ​ຕ່າງໆ ​ເຊັ່ນ​ປະ​ເທດ​ບຼິກສ​ ​ແລະ​ອື່ນໆ, ອິນ​ເດຍຍິນ​ດີ​ຮ່ວມ​ກັບ​ຈີນ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ປະ​ເທດ​ອື່ນໆ​ໃນ​ພາກ​ພື້ນ​ນີ້ ​ແລະ​ກໍາລັງ​ພິຈາລະນາ​ຢ່າງ​ຕັ້ງໜ້າ​ກ່ຽວ​ກັບການສ້າງ​ແລວທາງເສດຖະກິດ​ບັງ​ກະລາ​ເດັດ, ຈີນ, ອິນ​ເດຍ ​ແລະ​ມຽນມາ.