ຈີນ​ໄດ້​ກາຍ​ເປັນຕະຫລາດ​ແຫ​ລ່ງນັກ​ທ່ອງ​ທ່ຽວ​ໃຫຍ່​ທີ່​ສຸດ​ໃນ​ທົ່ວ​ໂລກ ​ໃນອີກ 5 ປີ​ຕໍ່​ໜ້ານີ້ຈໍານວນນັກທ່ອງທ່ຽວ​ຈີນ​ທີ່​ໄປ​ທ່ຽວ​ຕ່າງປະ​ເທດ​ອາດຈະ​ບັນລຸ​ເຖິງ 4 ຮ້ອຍ​ລ້ານ​ເທື່ອ​ຄົນ

(GMT+08:00) 2013-10-22 16:27:04     cri

ວັນ​ທີ 22 ຕຸລາ​ນີ້, ​ເວທີ​ປຶກສາ​ຫາລື​ສາກົນ​ກ່ຽວ​ກັບ​ທ່າອ່ຽງ​ແລະ​ການ​ຕິດຕາມເບິ່ງ​ການທ່ອງທ່ຽວຂອງ​ອົງການການທ່ອງທ່ຽວ​ໂລກ​ ຫລື UNWTO ​ແລະ​ສະມາຄົມ​ການທ່ອງທ່ຽວ​ອາຊີ-ປາຊິ​​ຟິກ ຫລື PATA ຄັ້ງ​ທີ 7 ​ໄດ້​ຈັດ​ຂຶ້ນ​ຢູ່​​ນະຄອນກຸ້ຍ​ຫລິນ​ເຂດ​ກວາງຊີ ທີ່​ເປັນ​ເມືອງ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງຂອງ​ຈີນ. ທ່ານ​ມາ​ຊິວ ຟາ​ວິລາ, ຜູ້​ອໍານວຍ​ການ​ໃຫຍ່ UNWTO ກ່າວ​ວ່າ, ປີ 2012, ນັກ​ທ່ອງ​ທ່ຽວ​ທີ່​ໄປ​ທ່ຽວ​ຕ່າງປະ​ເທດ​ໃນ​ທົ່ວ​ໂລກ​ໄດ້​ບັນລຸ​ເຖິງ 1 ຕື້​ເທື່ອ​ຄົນ ​​ເຊິ່ງ​ໄດ້​ເຮັດ​ໃຫ້ລາຍ​ໄດ້​ດ້ານ​ການທ່ອງທ່ຽວ​ມີຫລາຍ​ກວ່າ 1000 ຕື້​​ໂດ​ລາ, ​ໃນ​ນັ້ນ​ຈີນ​ມີ​ນັກ​ທ່ອງ​ທ່ຽວທີ່​ເດີນທາງ​ໄປ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເຖິງ 78 ລ້ານ​ຄົນ, ​ໄດ້ກາຍ​ເປັນຕະຫລາດ​ແຫ​ລ່ງນັກ​ທ່ອງ​ທ່ຽວ​ໃຫຍ່​ທີ່​ສຸດ​ຂອງໂລກ ​ແລະ​ປະກ​ອບສ່ວນ 102 ຕື້​ໂດ​ລາ​ເຂົ້າ​ໃນ​ເສດຖະກິດ​ການທ່ອງທ່ຽວ​ໃນ​ທົ່ວ​ໂລກ.

ມື້​ດຽວ​ກັນ, ມີຜູ້ຕາງໜ້າ ຂອງ​​​ອົງການ​ຈັດ​ຕັ້ງ​ແລະ​ສະ​ມາ​ຄົມ​ສາກົນ, ​ເຈົ້າ​ໜ້າ​ທີ່​ລັດຖະບານ, ນັກວິຊາການ​ຂອງ​ສະ​ຖາ​ບັນ​ຄົນ​ຄວ້າ ຈໍານວນ 150 ກວ່າ​ຄົນທີ່​ມາ​ຈາ​ກ 20 ກວ່າ​ປະ​ເທດ​ແລະ​ພາກພື້ນ​​ໄດ້​ເຂົ້າຮ່ວມ​ເວທີ​ປຶກສາ​ຫາລື​ຄັ້ງ​ນີ້. ທ່ານ​ອູ​ເວິນ​​ເສວ, ຮອງ​ຫົວໜ້າ​ກົມ​ທ່​ອງທ່ຽວ​ແຫ່ງ​ຊາດ​ຈີນ​ກ່າວ​ໃນ​ເວທີ​ປຶກສາ​ຫາລື​ວ່າ, ​ໃນອີກ 5 ປີ​ຕໍ່ໜ້າ​ນີ້, ຄົນ​ຈີນ​​ໄປ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ມີ​ຄວາມ​ອາດ​ສາມາດ​ຈະ​ບັນລຸ​ເຖິງ 4 ຮ້ອຍ​ລ້ານ​ເທື່ອ​ຄົນ, ​ຈໍານວນ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ທີ່​ມາ​ທ່ຽວ​ຈີນ​​ແລະ​ນັກ​ທ່​ອງ​ທ່ຽວຈີນ​ໄປ​ທ່ຽວ​ຕ່າງປະ​ເທດຕ່າງ​ກໍມີ​ຄວາມ​ອາດ​ສາມາດບັນລຸ​ເຖິງ 1 ຮ້ອຍ​ລ້ານ​ເທື່ອ​ຄົນ​ໃນ​ປີ 2015. ຄາດ​ວ່າ​ຮອດ​ປີ 2020, ຄຸນ​ນະພາ​ບຂອງ​ຂະ​ແໜງ​ການທ່ອງ​ທ່ຽງ​ຂອງ​ຈີນ​ຈະ​ກ້າວ​ຂຶ້ນ​ສູ່​ລະດັບປະ​ເທດ​​ເຂັ້ມ​ແຂງ​ດ້ານ​ການທ່ອງທ່ຽວ​ໃນ​ໂລກ.