ຫ້ອງການ​ກົງ​ສູນ​ລາວ​ທີ່​ນະຄອນ​ຊຽງ​ຮຸ່ງ​ຍ້າຍ​ສຳນັກງານ​ໃຫມ່

(GMT+08:00) 2013-10-23 14:52:00     cri


(ທ່ານສົມດີ ບຸນຄຸ້ມ ເອກອັກຄະລັດຖະທູດວິສາມັນຜູ່ມີອຳນາດເຕັມແຫ່ງ ສປປ ລາວໃຫ້ກຽດເຂົ້າຮ່ວມພິທີ)


ຕອນ​ເຊົ້າ​ວັນ​ທີ 19 ຕຸລາ 2013 ນີ້, ຫ້ອງການ​ກົງ​ສູ​ນລາວ​ທີ່​ນະຄອນ​ຊຽງ​ຮຸ່ງ ທີ່​ຂຶ້ນ​ກັບ​ສະຖານກົງສູນ​ໃຫຍ່ ສປປ ລາວ​ໃນ​ນະຄອນ​ຄຸນ​ມິ​ງ​ໄດ້​ຍ້າຍ​ສຳນັກງານ​ໃຫມ່ ​ແລະ​ຈັດ​ພິທີ​ເປີດ​ຢ່າງ​​ເປັນ​ທາງ​ການ​ຂຶ້ນ​ຢູ່​ເຂດ​ໂຄງການ​ພັດທະນາ​ເກົ້າ​ຈອມ ສິບ​ສອງ​ຫມູ່​ບ້ານ ນະຄອນ​ຊຽງ​ຮຸ່ງ ກິ່ງ​ແຂວງ​ສິບ​ສອງ​ພັນ​ນາ​ແຂວງ​ຢຸນນານ​ສປ ຈີນ.

​ໃຫ້​ກຽດ​ເຂົ້າ​ຮ່ວມ​ໃນ​ພິທີ​ຄັ້ງ​ນີ້​ມີ​ທ່ານ​ສົມ​ດີ ບຸນ​ຄຸ້ມ ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ່​ມີ​ອຳນາດ​ເຕັມ​ແຫ່ງ ສປປ ລາວ ປະຈຳ​ ສປ ຈີນ, ທ່ານ​ບຸນ​ລຽບ ຮຸ່ງ​ວົງ​ສອນ ກົງ​ສູນ​ໃຫຍ່ ສປປ ລາວ​ປະຈຳ​ນະຄອນ​ຄຸນ​ມິ​ງ,ທ່ານ​ເຫລຢົງ​ເຫີ ຮອງ​ເຈົ້າ​ກິ່ງ​ແຂວງ​ສິບ​ສອງ​ພັນ​ນາ ພ້ອມ​ດ້ວຍ​ບັນດາ​ຫົວຫນ້າ, ຮອງ​ຫົງ​ຫນ້າ​ຈາກ​ພະ​ແນ​ກການ​ຕ່າງປະ​ເທດ​ແຂວງ​ຜົ້ງ​ສາລີ, ອຸດົມ​ໄຊ, ບໍ່​ແກ້ວ, ບັນດາ​ຫົວຫນ້າ, ຮອງ​ຫົວຫນ້າ​ຈາກ​ຫ້ອງການ​ຕ່າງປະ​ເທດ​ນະຄອນ​ພູ​ເອີ, ນະຄອນ​ຊຽງ​ຮຸ່ງ ຕາ​ແສງ​ເມືອງ​ຫລ້າ, ກຸ່ມ​ບໍລິສັດ​ຫາຍ​ເສິງ ​ແຂວງ​ຢຸນນານ​ຈີນ ພ້ອມ​ດ້ວຍ​ນັກ​ສຶກສາລາ​ວທີ່​ກຳລັງ​ສຶກສາ​ຢູ່​ນະຄອນ​ຊຽງ​ຮຸ່ງ​ກໍ່​ໄດ້​ເຂົ້າ​ຮ່ວມ​ໃນ​ພິທີ.

​ໃນ​ພິທີ​ດັ່ງກ່າວ, ທ່ານ​ສົມ​ຄິດ ວັນ​ຄຳ ຫົວຫນ້າ​ຫ້ອງການ​ກົງ​ສູນ​ລາວ ທີ່​ນະຄອນ​ຊຽງ​​ຮຸ່ງ ​ໄດ້​ຂຶ້ນ​ກ່າວ​ເປີດ​ກົງ​ສູນ​ຫລັງ​ໃຫມ່​ຢ່າງ​ເປັນ​ທາງ​ການ ​ໂດຍ​ທ່ານ​ໄດ້​ກ່າວ​ເຖິງ​ຄວາມ​ເປັນ​ມາ​ແລະ​ຜົນງານ​ການ​ເຄື່ອນ​ໄຫວ​ຂອງ​ຫ້ອງການ​ກົງ​ສູນ​ໃນ​ໄລຍະ​ຜ່ານ​ມາ ​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ລັດຖະບານ​ລາວ​ແລະ​ການ​ໃຫ້​ຄວາມ​ຮ່ວມ​ມື​ເປັນ​ຢ່າງ​ດີ​ຂອງ​ອຳນາດ​ການ​ປົກຄອງ​ແລະ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ ສປ ຈີນ.

ຫ້ອງການ​ກົງ​ສູນ​ລາວ​ທີ່​ນະຄອນ​ຊຽງ​ຮຸ່ງ ທີ່​ຂຶ້ນ​ກັບ​ສະຖານກົງສູນ​ໃຫຍ່ ສປປລາວ ທີ່​ນະຄອນ​ຄຸນ​ມິ​ງ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ໃນ​ເດືອນ​ກັນຍາ 2010 ​ເຊິ່ງ​ໄລ​ຍະ​ຜ່ານ​ມາ, ໄດ້​ຕັ້ງຫນ້າ​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ, ​ໂດຍ​ສະ​​ເພາະ​ແມ່ນ​ການ​ພົພວັນ​ຮ່ວມ​ມື​ລະຫວ່າງ​ບັນດາ​ແຂວງ​ພາກ​ເຫນືອ​ຂອງ​ລາວ​ກັບ​ກິ່ງ​ແຂວງ​ສິບ​ສອງ​ພັນ​ນາ​ແລະ​ນະຄອນ​ພູ​ເອີຂອງ​ແຂວງ​ຢຸນນານ​ຈີນ ​ໃຫ້​ນັບ​ມື້​ນັບ​ແຫນ້ນ​ແຟ້ນ​ແລະ​ມີ​ຫມາກ​ມີ​ຜົນ​ຕົວ​ຈິງ​ຫລາຍ​ຂຶ້ນ, ​ເຮັດ​ໃຫ້ການ​ໄປມາຫາສູ່​ກັນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ມີ​ຄວາມ​ສະດວກ​ແລະ​ນັບ​ມື້​ນັບ​ຫລາຍ​ຂຶ້ນ.


1 2