ຈີນ​ແລະສິງກະ​ໂປ​ເພີ່ມ​ທະວີການ​ຮ່ວມ​ມື​ດ້ານ​ການ​ທະນາຄານ

(GMT+08:00) 2013-10-23 12:00:57     cri

ວັນ​ທີ 22 ຕຸລາ​ນີ້, ທະນາຄານ​ປະຊາຊົນ​ຈີນ ຫຼື ທະນາຄານ​ກາງ​ຈີນ​​ແລະ​ກົມ​ຄຸ້ມຄອງການທະນາຄານສິງກະ​ໂປ ​ໄດ້​​ປະກາດ​ວ່າ: ຈີນ​ແລະ​ສິງກະ​ໂປຈະ​ເພີ່ມ​ທະວີ​​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານການ​ທະນາຄານ​ລະຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ, ຈີນ​ຈະ​ຂະຫຍາຍ​ຂອບ​ເຂດ​ທົດ​ລອງອົງການ​ຈັດຕັ້ງນອກ​ແດນ​ຜູ້​ລົງທຶນ​ດ້ວຍ​ເງິນ​ຢວນທີ່​ໄດ້​ຕາມ​ມາດຕະຖານ ​ໄປ​ຮອດ​ສິງກະ​ໂປ, ຕະຫຼາດ​ເງິນຕາ​ຕ່າງປະ​ເທດ​ລະຫວ່າງ​ທະນາຄານ​ຂອງ​ສອງ​ປະ​ເທດ​ກໍ​ຈະດຳ​ເນີນ​ການ​ຄ້າຂາຍ​ໂດຍ​ກົງ​ລະຫວ່າງ​ເງິນ​ຢວນຂອງ​ຈີນກັບ​ເງິນ​ໂດ​ລາ​ສິງກະ​ໂປ.

ວັນ​ທີ 22 ຕຸລາ​ນີ້, ກອງ​ປະຊຸມ​ຄະນະ​ກຳມະການ​ປະສົມ​ການ​ຮ່ວມ​ມື​ລະຫວ່າງ ຈີນ-ສິງກະ​ໂປຄັ້ງທີ 10 ​ເຊິ່ງ​ແມ່ນ​ທ່ານ​ຈ່າງ​ກາວ​ລີ, ຮອງ​ນາຍົກລັດຖະມົນຕີຈີນ​ແລະ​ທ່ານ​​ເຕວຈີ​ຮຽນ, ຮອງ​ນາຍົກລັດຖະມົນຕີສິງກະ​ໂປ ​ໄດ້ຮ່ວມກັນ​ເປັນ​ປະທານ​ນັ້ນ ​ໄດ້​ຈັດ​ຂຶ້ນຢູ່​ສິງກະ​ໂປ. ພາຍຫຼັງກອງ​ປະຊຸມ, ທະນາຄານ​ປະຊາຊົນ​ຈີນ ​ແລະ​ກົມ​ຄຸ້ມ​ຄອງ​ການ​ທະນາຄານ​ສິງກະ​ໂປ​​ໄດ້​ອອກ​​ແຈ້ງ​ການ​ ​ໂດຍ​ກ່າວ​ວ່າ, ສອງ​ປະ​ເທດ​ຈີນ-ສິງກະ​ໂປ​ໄດ້​ບັນລຸ​ໝາກຜົນ​ສຳຄັນ​ຈຳນວນ​ໜຶ່ງ​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ທະນາຄານ​ລະຫວ່າງ​ສອງ​ຝ່າຍ. ​ໃນ​ນັ້ນສິ່ງ​ສຳຄັນ​ທີ່​ສຸດ​ກໍ​ແມ່ນ ຈີນ​ຈະ​ຂະຫຍາຍ​ຂອບ​ເຂດ​ທົດ​ລອງ​ອົງການ​ຈັດຕັ້ງນອກ​ແດນ​ຜູ້​ລົງທຶນ​ດ້ວຍ​ເງິນ​ຢວນທີ່​ໄດ້​ຕາມ​ມາດຕະຖານ ​ໄປ​ສູ່​ສິງກະ​ໂປ, ​ໂດຍ​​ມູນ​ຄ່າການ​ລົງ​ທຶນ​ແມ່ນ 50 ຕື້​ຢວນ. ນອກ​ນີ້, ສອງ​ຝ່າຍ​ຈີນ-ສິງກະ​ໂປ​ຍັງ​ຈະ​ດຳ​ເນີນ​ການ​ຄ້າຂາຍ​ໂດຍ​ກົງ​ລະຫວ່າງ​ເງິນ​ຢວນຂອງ​ຈີນກັບ​ເງິນ​ໂດ​ລາ​ສິງກະ​ໂປ​ໃນ​ຕະຫຼາດທະນາຄານ​ສອງ​ປະ​ເທດ, ຝ່າຍ​ຈີນ​ກໍ​ຈະ​ສະໜັບສະໜູນເຂດ​ນິຄົມ​ອຸດສາຫະກຳ​ຊູ່​ໂຈ່​ວ ​ແລະ ​ເມືອງ​ແຫ່ງ​ຊີວະ​ພາບ​ທຽນ​ສິນ ດຳ​ເນີນກິດຈະການດ້ວຍ​ເງິນ​ຢວນທີ່ປະດິດ​ສ້າງ​ແບບຂ້າມ​ຊາດ​​ກັບ​ສິງກະ​ໂປ.

ກົມ​ຄຸ້ມ​ຄອງການ​ທະນາຄານສິງກະ​ໂປ ກ່າວ​ວ່າ, ມາດ​ຕະການ​ດັ່ງກ່າວ​ຈະ​ສາມາດ​ຂະຫຍາຍການ​ໃຊ້​ເງິນ​ຢວນຢູ່​ສິງກະ​ໂປ​ໃຫ້​ກວ້າງ​ອອກ​ຕື່ມ​ອີກ. ພ້ອມ​ດຽວ​ກັນນັ້ນ, ສອງ​ປະ​ເທດ​ຈີນ-ສິງກະ​ໂປ​ກໍ​ໄດ້​ປະກາດ​ວ່າ​ຈະ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂະ​ແໜງ​ການ​ທະນາຄານ​ຕື່ມ​ອີກ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລະ​ການ​ແລກປ່ຽນ​ກັນ​ດ້ານ​ການ​ຕິດຕາມ​ຄຸ້ມ​ຄອງ, ຮັບ​ຮູ້​ຕໍ່ບັນຫາ​ທີ່​ສອງ​ປະ​ເທດ​ສົນ​ໃຈ​ຮ່ວມ​ກັນ​ໃຫ້​ເລິກ​ເຊິ່ງກວ່າ​ເກົ່າ ​ເຊັ່ນ: ການ​ປະຕິ​ຮູບ​ການ​ຕິດຕາມ​ຄຸ້ມ​ຄອງ​ການ​ທະນາຄານ​ສາກົນ ​ເປັນຕົ້ນ, ​ເພື່ອລົງ​ເລິກ​ການ​ປະສານ​ງານ​ແລະ​ການ​ປະສານ​ສົມທົບ​ກັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ການວາງ​ກະຕິ​ກາ​ການ​ຕິດຕາມ​ຄຸ້ມ​ຄອງ​ການ​ທະນາຄານ​ສາກົນ.