ນາຍົກລັດຖະມົນຕີອິນ​​ເດຍເດີນທາງມາ​ຮອດນະຄອນຫຼວງ​ປັກ​ກິ່ງ​ເລີ່​ມຢ້ຽມຢາມ​ຈີນຢ່າງ​ເປັນ​ທາງ​ການ

(GMT+08:00) 2013-10-23 14:49:43     cri
​ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ, ທ່ານ​ມານໂມ​ຮານ ຊິງ, ນາຍົກລັດຖະມົນຕີອິນ​ເດຍ​ໄດ້​ເດີນທາງ​ມາ​ຮອດນະຄອນຫຼວງ​ປັກ​ກິ່ງ​ໃນ​ຕອນ​ຄ່ຳ​ວັນ​ທີ22ຕຸລາ​ນີ້, ​ເລີ່​ມຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ເປັນ​ເວລາ3ວັນ.

​ໃນ​ໄລຍະ​ຢ້ຽມຢາມ, ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ຈະ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ທ່ານ​ມາ​ນໂມ​ຮານ ຊິງ​, ທ່ານ​ຫຼີ​ເຄີ້ສຽງ​ຈະ​ພົບ​ປະ​ເຈລະຈາ​ກັບ​ທ່ານ​​​ມາ​ໂມ​ຮານ ຊິງ​​, ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຮ່ວມ​ກັນ​ແລະ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງຜູ້ຕາງໜ້າ​ນັກທຸລະກິດ​ສອງ​ປະ​ເທດ, ທ່ານ​ຈ່າງ​ເຕິ່ຈ່ຽງ, ປະທານ​​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກໍ​ຈະ​ພົບ​ປະ​ທ່ານ​ມານ​ໂມ​ຮານ ຊິງ​ຍັງຕື່ມ​ອີກ. ພ້ອມ​ກັບ​ນັ້ນ​ທ່ານ​ນາຍົກລັດຖະມົນ​ຕີ​ອິນ​ເດຍຍັງ​ຈະ​ກ່າວ​ຄຳ​ປາ​ໄສ​ຢູ່​ໂຮງຮຽນ​ພັກ​ສູນ​ກາງຈີນ.

ວັນ​ທີ22ຕຸລາ​ນີ້, ທ່ານ​ນາງ​ຮວ້າຊຸນ​ຢິງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ການ​ຢ້ຽມຢາມ​ຈີນ​ຂອງທ່ານ​ມາ​ນໂມ​ຮານ ຊິງ​, ນາຍົກລັດຖະມົນຕີອິນ​ເດຍ​ໄດ້​ມີ​ຂຶ້ນ​ພາຍຫຼັງ​ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດ ຖະມົນຕີຈີນ​ເດີນທາງ​ໄປ​ຢ້ຽມຢາມ​ອິນ​ເດຍ​ໃນ​​ເດືອນ​ພຶດສະພາທີ່​ຜ່ານ​ມາການ​ຢ້ຽມຢາມຂອງ​ການ​ນຳ​ຂັ້ນ​ສູງ​ລະຫວ່າງ​ຈີນ​ກັບ​ອິນ​ເດຍ. ຈະ​ບັນລຸ​ການ​ຢ້ຽມຢາມ​ເຊິ່ງກັນ​ແລະ​ກັນ​ໃນ​ປີ​ດຽວ​ລະຫວ່າງ​ນາ​ຍົກ​ລັດຖະມົນຕີ​ສອງ​ປະ​ເທດ​ນັບ​ແຕ່​ປີ1954​ເປັນ​ຕົ້ນ​ມາ, ​ເຊິ່ງມີ​ຄວາມ​ໝາຍອັນສຳຄັນ​ຕໍ່​ການ​ລົງ​ເລິກ​ການ​ພົວພັນ​ຄູ່ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວາງ​ຈີນ​ກັບ​ອິນ​ເດຍ.

ທ່ານ​ນາງ​ຮວ້າຊຸນຢິງ​ຍັງ​ກ່າວ​ວ່າ, ລະຫວ່າງ​ຈີນ​ກັບ​ອິ​ນ​ເດຍມີຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ຕັ້ງ​ຫຼາຍ​ກວ່າ​ຄວາມ​ຂັດ​ແຍ່ງ​ກັນ, ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ກຊ່ຫຼາຍ​ກວ່າ​ບັນຫານີ້​ຄົງ​ຕົວ​ລະຫວ່າງ​ສອງ​ຝ່າຍ​, ຫວັງ​ວ່າ​ຜ່ານ​ການ​ຢ້ຽມຢາມ​ຂອງ​ທ່ານ​ມານ​ໂມ​ຮານ ຊິງ​, ນາຍົກລັດຖະມົນຕີ​ອິນ​ເດຍຄັ້ງ​ນີ້​ຈະ​ສາມາດ​ເພີ່ມ​ຄວາມັ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ, ຊຸກຍູ້​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຈີນ​ກັບ​ອິນ​ເດຍພັດທະນາ​ໄປ​ໜ້າ.