ສະມາ​ຄົມການ​ຄ້າ​ຈີນ​ຢູ່​ລາວ​ໄວ້ອາ​ໄລ​ຕໍ່ຮອງ​ປະທານ​ສະມາຄົມ​ທີ່​ປະສົບ​ເຄາະ​ຮ້າຍ​ໃນ​ອຸບັດ​ຕິ​ເຫດ​ຍົນ​ຕົກ

(GMT+08:00) 2013-10-23 14:55:13     cri



ຕາມ​ຂ່າວ​CRI: ຕອນ​ບ່າຍ​ວັນ​ທີ22ຕຸລາ​ນີ້, ສະມາຄົມ​ການ​ຄ້າ​ຈີນ​ຢູ່​ລາວ​ໄດ້​ຈັດ​ພິທີ​ໄດ້​ອາ​ໄສ​ຢູ່​ຫໍສະມາຄົມ​ຈີນ​ມູນ​ນິທິ​ວຽງ​ຈັນ​ທີ່​ນະຄອນຫຼວງ​ວຽງ​ຈັນ​ຂອງ​ລາວ, ​ເພື່ອ​ໄວ້ອາ​ໄລ​ຕໍ່​ທ່ານ​ກ່ານ​ຢຸຍ, ຮອງ​ປະທານ​ສະມາຄົມ, ຄົນ​ຢູນນານ​ຈີນ​ທີ່​ໄດ້​ປະສົບ​ເຄາະ​ຮ້າຍ​ໃນ​ອຸ​ບັດ​ຕິ​ເຫດ​ຍົນ​ຕົກ​ຢູ່​ລາວ. ​ພະນັກ​ງານ​ສະຖານທູດ​ຈີນ​ປະຈຳ​ລາວ, ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ສະມາ​ຄົມ​ການ​ຄ້າ​ຈີນ​ຢູ່​ລາວ, ຜູ້ຕາງໜ້າສະມາ​ຄົນ​ຊາວຈີນ​ນະຄອນຫຼວງວຽງ​ຈັນ​ພ້ອມ​ດ້ວຍ​ພິ່ນ້ອງ​ແລະ​ເພື່ອນ​ມິດ​ຂອງ​ທ່ານ​ກ່ານ​ຢຸຍ​ແລະ​ອື່ນໆ​​ຫຼາຍ​ຮ້ອຍ​ຄົນ​ເຂົ້າ​ຮ່ວມ.

ຕອນ​ບ່າຍ​ວັນ​ທີ16ຕຸລາ​ນີ້, ​ຍົນ​ໂດຍສານ​ລຳ​ໜຶ່ງ​ທີ່​ອອກ​ເດີນທາງ​ຈາກ​ນະຄອນຫຼວງ​ວຽງ​ຈັນ​ມຸ່ງ​ໜ້າ​ໄປ​​ເມືອງ​ປາກ​ເຊ​ທາງ​ພາກ​ໃຕ້​ຂອງ​ລາວ​ໄດ້​ເກີດ​ອຸ​ບັດ​ຕິ​ເຫດ​ໃນ​ເວລາ​ໃກ້​ຈະ​​ເດີນ​ທາງ​ເຖິງ​ສະໜາມ​ບິນປາກ​ເຊ, ​ແລະ​ຕົກລົງ​ໃນ​ແມ່​ນ້ຳ​ຂອງ. ຜູ້​ໂດຍສານ​​ໃນ​ຍົນ44ຄົນ​ແລະ​ຈຸ​ບິນ5ຄົນໄດ້​​ເສຍ​ຊີວິດ​ທັງ​ໝົດ​, ​ເຊິ່ງລວມທັງ​ຜູ້​ໂດຍສານ​​ສັນຊາດ​ຈີນ2ຄົນ.