ທ່ານ​ສີ​ຈິ້ນ​ຜິ​ງຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂໍ່າ​ນັບ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລັດ​ເຊຍ​ໂດຍ​ກ່າວ​ເນັ້ນ​ວ່າ​ຈີນ​ກັບ​ລັດ​ເຊຍ​ຕ້ອງ​ບັນລຸ​ການ​ພັດທະນາ​ແລະ​ຄວາມ​ຈະ​ເລີ​ນຮ່ວມ​ກັນ

(GMT+08:00) 2013-10-23 10:39:22     cri

ວັນ​ທີ 22 ຕຸລາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ໄດ້ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂໍ່ານັບ​ຂອງທ່ານ​ດີ​ມິ​ຕຼີ ​ເມດ​ເວ​ເດ​ຟ, ນາຍົກລັດຖະມົນຕີ ​ລັດ​ເຊຍຢູ່​ນະຄອນຫລວງ​ປັກ​ກິ່ງ​.ທ່ານສີຈິ້ນຜິງໄດ້ຍ້ອງຍໍຊົມເຊີຍວ່າ ຈີນ​ກັບ​ລັດ​ເຊຍ​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ແລະ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ແທ້​ຈິງ ​ແລະ​ກ່າວ​ເນັ້ນ​ວ່າ​ສອງ​ຝ່າຍ​ຕ້ອງ​ເພີ່ມ​ທະວີ​ການ​ປະສານ​ງານ​ຍຸດ​ທະ​ສາດ​ຮອບດ້ານ ​ເພື່ອ​ບັນລຸ​ການ​ພັດທະນາ​ແລະ​ຄວາມ​ຈະ​ເລີ​ນຮ່ວມ​ກັນ.

ສ່ວນທ່ານ​ເມດ​ເວ​ເດ​ຟ ກ່າວ​ວ່າ, ຝ່າຍ​ລັດ​ເຊຍ​ຍິນ​ດີຕັ້ງໜ້າຊຸກ​ຍູ້ການ​ແລ​ກປ່ຽນ​ແລະ​ການ​ຮ່ວມ​ມື​ກັບ​ຝ່າຍ​ຈີນ​ໃນຂົງ​ເຂດ​ຕ່າງ​ໆຢ່າງ​​ໃກ້ຊິດ​ແລະຕົວ​ຈິງ ​ເຊັ່ນ​​:ເສດຖະກິດ​ການ​ຄ້າ, ​ເຕັກນິກ​ວິທະຍາສາດ, ພະລັງງານ ​ແລະ​ອື່ນໆ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ທາງ​ຍຸດ​ທະ​ສາດ​ໃນ​ວຽກ​ງານ​ພາກພື້ນກໍ​ຄືສາກົນ ​ແລະ​​ໃນຂອບ​ກົນ​ໄກປະສານ​ງານ​ຫລາຍ​ຝ່າຍ, ຊຸກຍູ້​ໃຫ້ການ​ພົວພັນ​ສອງ​ປະ​ເທດກ້າວ​ຂຶ້ນ​ສູ່​ລະ​​ດັບ​​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.