ນາຍົກລັດຖະມົນຕີຈີນກັບ​ນາຍົກລັດຖະມົນຕີລັດ​ເຊຍຮ່ວມ​ກັນ​ພົບ​ປະ​ກັບ​ນັກ​ຂ່າວ​

(GMT+08:00) 2013-10-23 10:46:06     cri

ຕອນ​ທ່ຽງ​ວັນ​ທີ 22 ຕຸລາ​ນີ້, ທ່ານ​ຫລີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ ກັບ​ທ່ານ​ດີ​ມິ​ຕຼີ ​ເມດ​ເວ​ເດ​​ຟ, ນາຍົກລັດຖະມົນຕີລັດ​ເຊຍ​ໄດ້​​ຮ່ວມ​ກັນພົບ​ປະ​ກັບ​ນັກ​ຂ່າວຢູ່​ນະຄອນຫລວງ​ປັກ​ກິ່ງ​.

ທ່ານ​ຫລີ​ເຄີ້ສຽງ​ໄດ້​ສະ​ເໜີ​ຄວາມ​ຮັບ​ຮູ້ຮ່ວມ​​ກັນແລ​ະໝາກຜົນ​ທີ່​ໄດ້ຮັບ​ໃນ​ການ​ພົບ​ປະລະຫວ່າງ​ນາຍົກລັດຖະມົນຕີຈີນ-ລັດ​ເຊຍ​ຢ່າ​ງ​ເປັນ​ປະ​ຈໍາ​ຄັ້ງ​ທີ 18. ທ່ານ​ໄດ້​ກ່າວ​ວ່າ, ຈີນ​ຍິນ​ດີ​ທໍາ​ຄວາມ​ພະຍາຍາ​ມຮ່ວມ​ກັບ​ລັດ​ເຊຍ, ຄົ້ນ​ຫາ​ກໍາລັງ​ບົ່ມ​ຊ້ອນ, ປະດິດ​ສ້າງ​ວິທີ​ໃໝ່, ​ແລະ​ຊຸກຍູ້​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ໄດ້​ຮັບ​ຜົນ​ສໍາ​ເລັດ​ຫລາຍ​ກວ່າ​ເກົ່າ. ທ່ານ​ຫລີ​ເຄີ້ສຽງ​ຍັງ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຈີນ​ກັບ​ລັດ​ເຊຍ​ທີ່​ໄດ້ຮ່ວມ​ມື​ຢ່າງ​ສະໜິດ​ແໜ້ນ​​ແລະ​ຊ່ວຍ​ເຫລືອ​ເຊິ່ງກັນ​ແລະ​ກັນ​ໃນ​ການ​ຕໍ່ຕ້ານ​ໄພ​ນໍ້າ​ຖ້ວມ​ໃນ​ເຂດ​ລ້ອງ​ແມ່​ນໍ້າ​ໄຮ່​ຫລົງ​ຈ່ຽງ ​ແລະ​ເຫັນວ່າ​​ເລື່ອງນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ແລະ​ມິດຕະພາບ​ອັນ​ເລິກ​ເຊິ່ງ ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ເຕັມທີ່.

ທ່ານເມດ​ເວ​ເດ​​ຟ ກ່າວ​ວ່າ, ການ​ພົບ​ປະລະ​ຫວ່າງ​ຂ້າພະ​ເຈົ້າ​ກັບທ່ານ​ຫລີ​ເຄີ້ສຽງ​ໄດ້​ຮັບ​ໝາກຜົນອັນອຸດົມສົມບູນ. ຝ່າຍ​ລັດ​ເຊຍ​ຍິນ​ດີ​ເປີດ​ກວ້າງ​ຂະໜາດ​ການ​ລົງທຶນ​ດ້ານ​ການ​ຄ້າ​ກັບ​ຝ່າຍ​ຈີນ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ:​ພະລັງງານ, ການບິນ, ກະສິກໍາ, ວັດທະນະ​ທໍາ-ສັງຄົມ ​ແລະ​ອື່ນ​ໆ, ຮັດ​ແໜ້ນ​ການ​ປະສານ​ງານ ​ແລະ​ຊຸກຍູ້​ໃຫ້ການ​ພົວພັນ​ລັດ​ເຊຍ-ຈີ​ນສືບ​ຕໍ່​ກ້າວ​ໄປ​ໜ້າ. ທ່ານເມດ​ເວ​ເດ​​ຟຍັງ​ໄດ້​ເຊື້ອ​ເຊີນທ່ານ​ຫລີ​ເຄີ້ສຽງ​ໄປ​ຢ້ຽ​ມຢາມ​ລັດ​ເຊຍ​ໃນ​ປີໜ້າ​ແລະ​​ເຂົ້າ​ຮ່ວມການ​ພົບ​ປະລະຫວ່າງ​ນາຍົກລັດຖະມົນຕີຈີນ-ລັດ​ເຊຍ​ຢ່າ​ງ​ເປັນ​ປະ​ຈໍາ​ຄັ້ງ​ທີ 19.