ຜູ້​ຮັບຜິດຊອບວຽກງານ​ທໍາລາຍ​ອາວຸດ​ເຄມີ​ຊີຣີຂອງ​ອົງກາ​ນສະຫະ​ປະຊາ​ຊາດ​ກ່າວ​ວ່າ​ລັດຖະບານ​ຊີຣີ​ໄດ້​ໃຫ້"ການ​ຮ່ວມ​ມື​ຢ່າງ​ເຕັມທີ່"

(GMT+08:00) 2013-10-23 17:27:08     cri

ວັນ​ທີ 22 ຕຸລາ​ນີ້, ທ່ານ​ນາງ​ສິກຣິດ ຄາກ, ຜູ້ຮັບຜິດຊອບວຽກງານ​ທໍາລາຍ​ອາວຸດ​ເຄມີ​ຊີຣີ​ຂອງອົງກາ​ນສະຫະ​ປະຊາ​ຊາດ​ໄດ້​ອອກ​ຖະ​ແຫລ​ງການ​ຜ່ານ​ຫ້ອງການ​ໂຄສົກ​ອົງ​ການ​ສະ​ຫະປະຊາ​ຊາດ​ວ່າ, ຂໍ​ສະ​ແດງຄວາມ​ຂອບ​ໃຈ​ຕໍ່​ລັດຖະບານ​ຊີຣີທີ່​ໄດ້​ໃຫ້ "ການ​ຮ່ວມ​ມື​ຢ່າງ​ເຕັມທີ່"​ ໃນ​ວຽກ​ງານທໍາລາຍ​ອາວຸດ​ເຄມີ​ຊີຣີ, ພ້ອມນັ້ນກໍໄດ້ກ່າວເນັ້ນວ່າເວລາຂອງການປະຕິບັດແຜນ ທໍາລາຍ​ອາວຸດ​ເຄມີ​ຊີຣີຮີບດ່ວນຫລາຍ.

ວັນທີ 16 ຕຸລານີ້, ທ່ານນາງຄາກຖືກແຕ່ງຕັ້ງ​ໃຫ້ເປັນຜູ້ປະສານງານພິເສດຂອງ"ຄະນະ​ຜູ້​ແທນ​ຮ່ວມ​ອົງການ​ສະຫະ​ປະຊາ​ຊາດ" ອົງການ​ເກືອດ​ຫ້າມ​ອາວຸດ​ເຄມີ. ​ນາງ​ໄດ້​ກ່າວ​ໃນ​ຖະ​ແຫລ​ງການ​ວ່າ, ​ນາງ​ໄດ້​​ເດີນ​ທາງ​ໄປ​ເຖິງ​ຊີຣີ​​​ໃນ​ວັນ​ທີ 21 ຕຸລາ​ນີ້ ໂດຍ​ອີງ​ຕາມ​ຂໍ້​ຕົກລົງກ່ຽວ​ກັບການ​ທໍາລາຍ​ອາວຸດ​ເຄມີ​ຊີຣີ​ໂດຍ​ໄວ​ຂອງ​ສະພາ​ຄວາມ​ໝັ້ນຄົງ​​ອົງການ​ສະຫະ​ປະຊາ​ຊາດແລະ​ອົງການເກືອດ​ຫ້າມ​ອາວຸດ​ເຄມີ. ທ່ານ​ນາງ​ຄາກ​ກ່າວ​ວ່າ, ລັດຖະບານ​ຊີຣີ​ໄດ້​ສະ​ແດງຄວາມ​ຕັດສິນ​ໃຈ​ຈະ​ເຂົ້າ​ຮ່ວມ​ວຽກ​ງານນີ້​ໂດຍ​ຜ່ານ​ການ​​ເຂົ້າ​ຮ່ວມ​ສົນທິສັນຍາ​ວ່າ​ດ້ວຍ​ການ​ເກືອດ​ຫ້າມ​ອາວຸດ​ເຄມີ.

ທ່ານ​ນາງ​ຄາກ​ກ່າວ​ຕື່ມ​ວ່າ, ມາ​ຮອດ​ປັດ​ຈຸ​ບັນນີ້, ລັດຖະບານ​ຊີຣີ​ໄດ້​ໃຫ້ການ​ຮ່ວມ​ມື​ຢ່າງ​ເຕັມທີ່​ແກ່ວ​ຽກງານຂອງອົງການເກືອດ​ຫ້າມ​ອາວຸດ​ເຄມີ​ແລະ​ໜ່ວຍ​ງານ​ຮ່ວມຂອງອົງການ​ສະຫະ​ປະຊາ​ຊາດ, ​ນາງ​ຍັງ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​​ໃຫ້ຄວາມຮ່ວມ​ມືຂອງລັດຖະບານ​ຊີຣີ​ແລະ​ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ຂອງ​ປະຊາຊົນ​ຊີຣີ.