ນາຍົກ​ຈີນ​ເຂົ້າ​ຮ່ວມ​ພິທີ​ໄຂ​​ກອງ​ປະຊຸ​ມຄັ້ງ​ທີ 21 ​ຂອງອົງການ​ກວດ​ກາບັນຊີ​​ໂລກ ​ແລະ​ກ່າວ​ປາຖະກະຖາ

(GMT+08:00) 2013-10-23 17:36:43     cri

ຕອນ​ເຊົ້າ​ວັນ​ທີ 22 ຕຸລາ​ນີ້, ທ່ານຫລີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ​ໄດ້​​ເຂົ້າ​ຮ່ວມພິທີ​ໄຂ​​ກອງ​ປະຊຸ​ມຄັ້ງ​ທີ 21 ຂອງ​ອົງການ​ກວດກາ​ບັນຊີ​​ໂລກທີ່​ຫໍ​ສະພາ​ປະຊາຊົນ​ຂອງ​ຈີນ​ແລະ​​ໄດ້​​ກ່າວ​ປາຖະກະຖາ​ໃນ​ພິທີ​ດັ່ງກ່າວ.

ທ່ານຫລີ​ເຄີ້ສຽງ​ກ່າວ​ວ່າ, ​ໃນ​ຫລາຍ​​ເດືອນ​ຕົ້ນ​ປີ​ນີ້, ​ຄວາມ​ກົດ​ດັນ​ທີ່​ເສດຖະກິດ​ຈີນຫລຸດ​ຕໍ່າລົງ​ນັບ​ມື້ນັບ​ເພີ່ມ​ຂຶ້ນ, ການ​ເງິນ​ສູນ​ກາງ​ມີ​ຄວາມ​ຫຍຸ້ງຍາກ​​ໃນ​ການ​​ເພີ່ມ​ລາຍ​ໄດ້. ​ໃນ​ສະພາບ​ດັ່ງກ່າວ, ລັດຖະບານ​ຈີນ​ໄດ້​ປະດິດ​ສ້າງວິທີ​ໃໝ່​ໃນ​ການ​ດັດສົມຄວບ​ຄຸມ​ມະຫາ​ພາກ​, ຮັກສາ​ຄວາມ​ໝັ້ນຄົງ, ກ້າວ​ເດີນຢ່າງ​ໝັ້ນ​ທ່ຽງ, ຍຶດໝັ້ນຈໍາກັດ​ຂຸມ​ການ​ເງິນ ​ແລະ​ອື່ນໆ. ມາດ​ຕະການ​​ເຫລົ່າ​ນີ້ໄດ້​ຮັບ​ຜົນ​ຢ່າງ​ຈະ​ແຈ້ງ, ປັດຈຸບັນ​ນີ້​​ເສດຖະກິດ​ຈີນ​ມີ​ທ່າ​ອ່ຽງທີ່​ດີ​ໃນ​ສະພາບ​ທີ່​ໝັ້ນ​ທ່ຽງ, ການ​ຄາດ​ຄະ​ເນ​ຂອງ​ຕະຫລາດ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ.

ທ່ານຫລີ​ເຄີ້ສຽງຊີ້​ອອກ​ວ່າ, ​ອົງການກວດກາ​ບັນຊີ​ໄດ້​ເພີ່ມ​ທະ​ວີ​ການກວດກາ​ບັນຊີ​ແລະ​ການ​ຕິດຕາມ​ກວດກາ​ຕໍ່​ກອງ​ທຶນ​ສາທາລະນະ, ຊັບ​ສິນ​ຂອງ​ລັດ, ຄວາມ​ຮັບຜິດຊອບ​ດ້ານ​ເສດຖະກິດ​ຂອງ​ພະນັກງານນໍາ, ດໍາ​ເນີນ​ວຽກ​ງານ​​ທີ່​ມີ​ປະສິ​ດທິຜົນຈໍານວນ​ຫລວງຫລາຍ ​ແລະ​ນໍາ​ໃຊ້​ມາດ​ຕະການ​ທີ່​​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ, ​ປ້ອງກັນ​ແລະ​ຄວບ​ຄຸມ​ຄວາມ​ສ່ຽງ​ໄພ. ພັນທະບັດ​ຂອງ​ລັດ​ໃຫ້​ຢູ່​ໃນ​ເຂດທີ່​ປອດ​ໄພ​ແລະ​ສາມາດ​ຄວບ​ຄຸມ​ໄດ້.

ພິທີ​​ໄຂ​ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ມີສະມາຊິກ​​ແລະ​ນັກ​ສັງ​ເກດ​ການຂອງອົງການ​ກວດກາ​ບັນຊີ​​ໂລກ 680 ກວ່າ​ຄົນ​ທີ່​ມາ​ຈາກ 160 ກວ່າ​ປະ​ເທດ​ເຂົ້າ​ຮ່ວມ.