ທ່ານຫຼີ​ເຄີ້ສຽງເນັ້ນໜັກ​ການ​ຊຸກ​ຍູ້​ການ​ພົວພັນ​​ຈີນ-ອິນ​ເດຍ​ໃຫ້​ໄດ້​ຮັບ​ການ​ພັດທະນາ​ຫຼາຍຍິ່ງ​ຂຶ້ນດ້ວຍ​ຈິດ​ໃຈ​ທີ່​ເຊື່ອ​ໝັ້ນ ຈິດ​ໃຈ​ໝັ້ນຄົງ​ຖາວອນ ​ແລະ​ຄວາມ​ຕັດສິນ​ໃຈ​ເດັດຂາດ

(GMT+08:00) 2013-10-24 12:01:55     cri

ວັນທີ 23 ຕຸລາ​ນີ້, ທ່ານຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ມານ​ໂມ​ຮານ ຊິງ, ນາຍົກລັດຖະມົນຕີອິນ​ເດຍ ຢູ່​ນະຄອນຫຼວງປັກ​ກິ່ງ. ສອງ​ຝ່າຍ​ໄດ້​ບັນລຸຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ທີ່​ສຳຄັນ​ໃນ​ການ​ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ​ຈີນ-ອິນ​ເດຍ​ໃຫ້​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ​ແລະ​ຮອບດ້ານ​ໃນ​ໄລຍະ​ໃໝ່.

ທ່ານຫຼີ​ເຄີ້ສຽງ ຊີ້​ອອກ​ວ່າ: ຈີນ​ແລະ​ອິນ​ເດຍ​ໃນ​ຖານະ​ທີ່​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ແລະ​ຄູ່​ຮ່ວມ​ມື​ທີ່​ສຳຄັນ, ການ​ພັດທະນາ​​ເປັນ​ໂອກາດ​ຂອງ​ແຕ່ລະ​ຝ່າຍ, ສອງ​ປະ​ເທດ​ກ້າວ​ເດີນ​ໄປ​ພ້ອມ​ກັນ, ​ຮ່ວມ​ມື​ກັນ ​ແລະ ຮ່ວມ​ກັນ​ວາງ​ແຜນການ​ພັດທະນາ, ບໍ່​ພຽງ​ແຕ່​ຈະ​ສາມາດ​ເຮັດ​ໃຫ້​ພົນລະ​ເມືອງຈຳນວນ 2 ຕື້ 500 ລ້ານ​ຄົນ​ຂອງ​ສອງ​ປະ​ເທດ​ມີ​ຊີວິດ​ການ​ເປັນ​ຢູ່ດີ​ຂຶ້ນ​ເທົ່າ​ນັ້ນ, ​ແຕ່​ຍັງ​ຈະ​ມີ​ຜົນ​ສະທ້ອນ​ອັນ​ເລິກ​ເຊິ່ງຍາວ​ໄກ​ຕໍ່​ອາຊີ ຕະຫຼອດທັງທົ່ວ​ໂລກ​ອີກ​ດ້ວຍ. ຝ່າຍ​ຈີນ​ຍິນ​ດີ​ພະຍາຍາມ​ຮ່ວມ​ກັນ​ກັບ​ອິນ​ເດຍ, ຊຸກຍູ້ການ​ພົວພັນລະຫວ່າງ​ສອງ​ປະ​ເທດໃຫ້ໄດ້ ຮັບການພັດທະນາຫຼາຍຍິ່ງຂຶ້ນ ດ້ວຍຈິດໃຈທີ່ເຊື່ອໝັ້ນ, ຈິດ​ໃຈ​ໝັ້ນຄົງ​ຖາວອນ ​ແລະ ​ຄວາມ​ຕັດສິນ​ໃຈ​ທີ່ເດັດຂາດ, ເຊິ່ງລວມທັງລົງເລິກການຮ່ວມມືດ້ານຄວາມໝັ້ນຄົງທາງຍຸດທະສາດ, ຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງການຮ່ວມມືດ້ານເສດຖະກິດການຄ້າ, ເພີ່ມທະວີການ ຮ່ວມ​ມືດ້ານການກໍ່ສ້າງເຂດນິຄົມອຸດສາຫະກຳ ​ແລະ ພື້ນຖານ​ໂຄງ​ລ່າງ ​ເຊັ່ນ ທາ​ງລົດ​ໄຟ​​ເປັນຕົ້ນ, ຊຸກ​ຍູ້​ການ​ກໍ່ສ້າງ​ແລ​ວ​ເສດຖະກິດ​ບັງ​ກຼາ​ເດັດ-ຈີນ-ອິນ​ເດຍ-ມຽນມາ.

ທ່ານ​ມານ​ໂມ​ຮານ ຊິງ ກ່າວ​ວ່າ: ການ​ຜູກ​ພັນ​ໄມຕີ​ຈິດ​ມິດຕະພາບ​ກັບ​ຈີນ​ແມ່ນ​ທິດ​ທາງ​ບູລິ​ມະ​ສິດ​ຂອງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ອິນ​ເດຍ, ຝ່າຍ​ອິນ​ເດຍຫວັງ​​ໃຫ້​ລົງ​ເລິກ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຈາກ​ສາມ​ດ້ານ, ຄື: ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ​ເປີດ​ກວ້າງ​ຜົນ​ປະ​ໂຫຍ​ດຮ່ວມ ​ແລະ ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ, ຍົກ​ລະດັບ​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ສູງ​ຂຶ້ນຕື່ມ​ອີກ, ປົກ​ປັກ​ຮັກສາ​ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ແລະ​ຂອງ​ໂລກ.

​ໃນ​ກອງ​ປະຊຸມ​ຂ່າວຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານ​ນາງ​ຮົ໋ວຊຸ່ນຢິງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ວ່າ: ​ເທື່ອ​ນີ້​ຈີນ-ອິນ​ເດຍ​ເຊັນ​ສັນຍາ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນຊາ​ຍ​ແດນ, ​ແມ່ນ​ເພື່ອ​ຢືນຢັນ​ເຖິງ​ວິທີ​ທີ່​ດີ​ແລະ​ບົດຮຽນ​ທີ່​ດີ​ດ້ວຍ​ວິທີ​ທາງກົດໝາຍ, ກຳນົດ​​ເປັນຄວາມ​ຮຽກຮ້ອງ​ຕ້ອງການ​ແລະ​ບັນທັດຖານ​ຂອງ​ສອງ​ຝ່າຍ​ໃນ​ການ​ແກ້​ໄຂ​ສະພາບທີ່​ຄ້າຍຄື​ກັນ​ໃນ​ຕໍ່ໜ້າ, ນີ້​ມີ​ຄວາມ​ໝາຍ​ອັນ​ສຳຄັນ​ຕໍ່ການປັບປຸງ​ແລະ​ຮັດ​ແໜ້ນ​ໄມຕີ​ຈິດ​ມິດຕະພາບ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະຫວ່າງ​ສອງ​ຝ່າຍ, ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຕາມ​ເຂດ​ຊາຍ​ແດນສອງ​ປະ​ເທດຕື່ມ​ອີກ.