ຮອງ​ນາຍົກ​ຈີນ​ພົບ​ປະ​ກັບ​ນາຍົກ​ສິງກະ​ໂປ

(GMT+08:00) 2013-10-24 10:58:57     cri

ວັນ​ທີ 22 ຕຸລາ​ນີ້, ທ່ານ​ຈ່າງ​ກ່າວ​ລີ້, ຮອງ​ນາ​ຍົກ​ລັດຖະມົນຕີ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ລີ​ຊຽນລຸງ, ນາ​ຍົກ​ລັດຖະມົນຕີສິງ​ກະ​ໂປ​ຢູ່​ສິງ​ກະ​ໂປ​.

ທ່ານ​ຈ່າງ​ກ່າວ​ລີ້ກ່າວ​ວ່າ, ພະນະທ່ານໄດ້​ເດີນທາງ​​ໄປ​ຢ້ຽ​ມຢາມ​ຈີນ​ໃນ​​ເດືອນ​ສິງຫາ​ຜ່ານ​ມານີ້ ​​ໂດຍໄດ້ບັນລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​​ເອກະສັນ​ກັນທີ່​ສໍາຄັນກັບ​ທ່ານສີ​ຈິ້ນ​ຜິ​ງ​ ປະທານ​ປະ​ເທດ​ຈີນແລະທ່ານນາຍົກລັດຖະມົນຕີຫລີເຄີ້ສຽງກ່ຽວກັບການ​ພັດທະນາ​ການພົວພັນ​ແບບ​​ໃໝ່ລະຫວ່າງ​ຈີນ-ສິງກະ​ໂປໃນ​ໄລຍະ​ໃໝ່ ​ເຊິ່ງ​ໄດ້​​ເປັນ​ການຊີ້​ທິດ​ໃຫ້​ແກ່​ການ​ລົງ​ເລິກການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ. ການ​ຢ້ຽ​ມຢາມ​ສິງກະ​ໂປ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ຄັ້ງ​ນີ້​ແມ່ນ​ເພື່ອຈັດ​ຕັ້ງ​ປະຕິບັດຄວາມ​ຮັບ​ຮູ້​ທີ່​ເປັນ​​ເອກະສັນ​ກັນລະ​ຫວ່າງ​ຜູ້​ນໍາ​ສອງ​ປະ​ເທດ, ຊຸກຍູ້ການ​ພົວພັນຈີນ-ສິງກະ​ໂປ​ໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຫລາຍ​ກວ່າ​ເກົ່າ ຜ່ານ​ການ​ນໍາ​ໃຊ້​ກົນ​ໄກ​ການ​ຮ່ວມ​ມື​ທີ່​ມີ​ຢູ່​​ໃນ​ປັດຈຸບັນໃຫ້​ດີ, ​ເອົາ​ໃຈ​ໃສ່​​ການ​ດໍາ​ເນີນໂຄງການ​ສໍາຄັນ​​ໃຫ້​ດີ, ​ເປີດ​ກວ້າງ​ແລະ​ລົງ​ເລິກ​ການ​ຮ່ວມ​ມື.

ທ່ານ​ຈ່າງ​ກ່າວ​ລີ້ກ່າວ​ຕື່ມວ່າ, ຝ່າຍ​ຈີນ​ຍິນ​ດີ​ເພີ່ມທະວີ​ການ​ປະສານ​ງານ​ກັບຝ່າຍ​ສິງກະ​ໂປ, ຊຸກຍູ້​ການ​ຮ່ວມ​ມື​ຈີນ-ອາ​ຊຽນທີ່​ມີ​ຂົງ​ເຂດ​ກວ້າງຂວາງ、​ເລິກ​ເຊິ່ງ, ມີ​ລະດັບ​ສູງ ​ແລະ​ມີ​ຫລາຍທິດ. ​ທ່ານລີ​ຊຽນລຸງກ່າວ​ວ່າ, ຝ່າຍ​ສິງກະ​​ໂປ​ຍິນ​ດີ​ທີ່​ໄດ້​ເຫັນ​ຈີນ​ສືບ​ຕໍ່ຊຸກຍູ້​ການ​ປະຕິ​ຮູບ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ. ການ​ພັດທະນາ​ແບບ​ຍືນ​ຍົງ​ແລະ​ໝັ້ນ​ທ່ຽງ​ຂອງ​ຈີນ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ສິງກະ​ໂປ. ສິງກະ​ໂປ​ຈະ​ສື​ບຕໍ່​​ເຂົ້າ​ຮ່ວມ​ການ​ສ້າງສາ​ພັດທະນາຂອງ​ຈີນ​ຢ່າງ​ຕັ້ງໜ້າ.

ທ່ານລີ​ຊຽນລຸງກ່າວ​ວ່າ, ຝ່າຍ​ສິງກະ​​ໂປ​ຍິນ​ດີ​ທີ່​ໄດ້​ເຫັນ​ຈີນ​ສືບ​ຕໍ່ຊຸກຍູ້​ການ​ປະຕິ​ຮູບ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ. ການ​ພັດທະນາ​ແບບ​ຍືນ​ຍົງ​ແລະ​ໝັ້ນ​ທ່ຽງ​ຂອງ​ຈີນ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ສິງກະ​ໂປ. ສິງກະ​ໂປ​ຈະ​ສື​ບຕໍ່​​ເຂົ້າ​ຮ່ວມ​ການ​ສ້າງສາ​ພັດທະນາຂອງ​ຈີນ​ຢ່າງ​ຕັ້ງໜ້າ.