ອົງການ​ເກືອດ​ຫ້າມ​ອາວຸດ​​ເຄມີໄດ້​ກວດກາ​ອຸປະກອນ​ອາວຸດ​​ເຄມີຢູ່​ຊີ​ຣີ 18 ​ແຫ່ງ

(GMT+08:00) 2013-10-24 11:05:14     cri

ວັນ​ທີ 23 ຕຸລາ​ນີ້, ອົງການ​ເກືອດ​ຫ້າມ​ອາວຸດ​​ເຄມີທີ່ມີສໍານັກງານ​ໃຫຍ່ຢູ່​ນະຄອນ​ລາ​ໄຮ ​ໂຮ​ນລັງ​ໄດ້​ຈັດກ​ອງປະຊຸ​ທຂ່າວ​ຢູ່​ນະຄອນລາ​ໄຮ ​ ​ໂດຍ​ໄດ້​ແຈ້ງ​ຄວາມ​ຄືບ​ໜ້າ​ຫລ້າ​ສຸດ​ຂອງ​ວຽກ​ງານ​ທໍາລາຍ​ອາວຸດ​ເຄມີຂອງ​ຊີຣີ. ອົງການ​ເກືອດ​ຫ້າມ​ອາວຸດ​​ເຄມີ​ເຫັນ​ວ່າ, ວຽກ​ງານ​ທໍາລາຍທີ່​ກ່ຽວຂ້ອງ​ໄດ້​ດໍາ​ເນີນ​ໄປ​ຢ່າງ​ສະດວກ ​ແລະ​ໄດ້​ສະ​ແດງ​ຄວາມ​ພໍ​ໃຈ​ຕໍ່​ການ​ໃຫ້ປະສານ​ສົມທົບ​ຂອງ​​ເຈົ້າ​ໜ້າ​ທີ່​ຊີຣີ.

ທ່ານ​ໄມ​​ເຄີນ ລູຮານ, ​ໂຄສົກອົງການ​ເກືອດ​ຫ້າມ​ອາວຸດ​​ເຄມີກ່າວ​ວ່າ, ມາ​ຮອດ​ວັນ​ທີ 22 ຕຸລາ​ນີ້, ຊ່ຽວຊານອົງການ​ເກືອດ​ຫ້າມ​ອາວຸດ​​ເຄມີ​ໄດ້​ກວດກາ​ສາງອາວຸດ​​ເຄມີ 18 ​ແຫ່ງ​​ໃນ​ຈໍານວນ 23 ​ແຫ່ງຢູ່​ຊີຣີ, ບົດບາດ​ຂອງ​ອຸປະກອນ​ສໍາຄັນ​​ໃນ​ສາງ​ອາວຸດ​ດັ່ງກ່າວ​ໄດ້​ຖືກ​ປິດ​ໄປ​ແລ້ວ. ທ່ານ​ລູຮາ​ນກ່າວ​ວ່າ, ວຽກ​ງານ​ທໍາລາຍ​ອາວຸດ​ເຄມີ​ກໍາລັງ​ດໍາ​ເນີນ​ໄປ​ຕາມ​ກໍານົດ, ພາຍ​ຫລັງ​ວັນ​ທີ 1 ພະຈິກໜ້າ​ນີ້​ເປັນ​ຕົ້ນ​ໄປ, ຊີຣີຈະ​ບໍ່​ມີ​ຄວາມ​ສາມາດ​ການ​ຜະລິດ​ອາວຸດ​ເຄມີ​ໄດ້​ຕໍ່​ໄປ​ອີກ. ​ແຕ່​ວ່າ ຊ່ຽວຊານອົງການ​ເກືອດ​ຫ້າມ​ອາວຸດ​​ເຄມີຍັງ​ບໍ່​ທັນ​ໄດ້​ໄປ​ກວດກາ​ສາງ​ອາວຸດ​ເຄມີ​ຢູ່​ເຂ​ດທີ່​ຄວບ​ຄຸມ​ໂດຍ​ຝ່າ​ຍຕໍ່ຕ້ານ​ເທື່ອ.