ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຮຽກຮ້ອງ​ໃຫ້ອາ​ເມ​ລິ​ກາ​ປ່ຽນ​​ແປງ​ນະ​ໂຍບາຍ​ການ​ຈໍາ​ກັດ​ການ​ສົ່ງ​ອອກ​ສິນຄ້າ​ເຕັກ​ນິກວິທະຍາສາດລະດັບ​ສູງ​ຂອງ​ຈີນ​​ໂດຍ​ໄວ

(GMT+08:00) 2013-10-24 11:29:04     cri

ວັນ​ທີ 23 ຕຸລາ​ນີ້, ​ໃນ​ເວລາ​​ເຂົ້າ​ຮ່ວມ​ກອງ​ປະຊຸມສໍາ​ມະ​ນາ"​ກາ​ນພົວພັນຈີນ-ອາ​ເມ​ລິ​ກາ​ໃນ​ສະພາບ​ການຫັນປ່ຽນ​ຮູບ​ແບບ:​ຈຸດ​ເລີ່​ມ​ຕົ້ນໃໝ່"ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ, ທ່ານ​ເຊ້​ເຟິ່ງ, ຫົວໜ້າ​ກົ​​ມທະວີບອາ​ເມ​ລິ​ກາ​ແລະ​ໂອ​ຊີອານີ ກະຊວງ​ການ​ຕ່າງປະ​ເທດ​ຈີນກ່າວ​ວ່າ, ການ​ພົວພັນ​ປະ​ເທດ​ໃຫຍ່​ແບບ​ໃໝ່​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ"ບໍ່ພ​ຽງ​ແຕ່​ຕ້ອງ​​​ຟັງ​ແລ້ວ​ມ່ວນ​ເທົ່າ​ນັ້ນ, ​ແຕ່ຍັງ​ຕ້ອງ​ມີ​ປະສິດ​ທິຜົນ​ນໍາ​ອີກ"​, ບໍ່ພຽງ​ແຕ່​ຕ້ອງ​ມີ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ຈິງ​​ໃຈ​ເທົ່າ​ນັ້ນ, ​ແຕ່ຍັງ​ຕ້ອງ​ມີ​ການ​ກະທໍາ​ຕົວ​ຈິງນໍາ​ອີກ.

ທ່ານ​​ເຫັນ​ວ່າ, ການ​ພົວພັນ​ລະຫວ່າງຈີນ-ອາ​ເມ​ລິ​ກາ ກັບ​ກາ​ນພົວພັນ​ລະຫວ່າງ​ສອງ​ປະ​ເທດ​ກັບປະ​ເທດ​ອື່ນໆ​ຄວນສອດຄ່ອງ​ກັນ, ອາ​ເມ​ລິ​ກາ​ບໍ່​ຄວນ​ແຊກ​​ແຊງ​​ເຂົ້າ​ໃນຂໍ້​ຂັດ​ແຍ້​ງກ່ຽວ​ກັບ​ຊາຍ​ແດນ​ແລະ​ອະທິປະ​​ໄຕ​ຂອງ​ພາກ​ພື້ນ​ອາຊີ-ປາຊິ​​​ຟິກ. ທ່ານ​ກ່າວ​ເນັ້ນ​ວ່າ, ນະ​ໂຍບາຍຂອງ​ອາ​ເມ​ລິ​ກາທີ່​ໄດ້ຈໍາກັດການ​ສົ່ງ​ອອກ​ສິນຄ້າ​ເຕັກ​ນິກວິທະຍາສາດລະດັບ​ສູງ​ຕໍ່ຈີນ​​​ເປັນ​ຂໍ້​ຈໍາກັດ​ຂອງ​ການ​ພັດທະນາ​ການ​ພົວພັນ​ຈີນ-ອາ​ເມ​ລິ​ກາ, ຕໍ່​ກໍລະນີ​ທີ່​ປ່ຽນ​ແປງນະ​ໂຍບາຍ​ດັ່ງກ່າວ​ຍັງ​ບໍ່​ທັນ​ໄດ້​ປະຕິບັດ​ຢ່າງ​ແທ້​ຈິງ, ທ່ານ​ຫວັງ​ວ່າ​ຝ່າຍ​ອາ​ເມ​ລິ​ກາ​ຈະ​ດໍາ​ເນີນ​ການ​ກະທໍາ​ທີ່​ແທ້​ຈິງ​ໂດຍ​ໄວ.