ການ​ລະບາຍ​ນໍ້າຂອງ​​ເຂື່ອນນໍ້າພູ​ພຽງ​​ຄາມ​ມາ​ລົນມາ​ເລ​ເຊຍ​ໄດ້​ເຮັດ​ໃຫ້​ເກີດ​​ໄພ​ນໍ້າ​ຖ້ວມ

(GMT+08:00) 2013-10-24 16:08:43     cri

ວັນ​ທີ 23 ຕຸລາ​ນີ້, ​ພູ​ພຽງ​ຄາມ​ມາ​ລົນທີ່​ເປັນ​ແຫ​ລ່ງທ່ອງ​ທ່ຽວ​ທີ່​ມີ​ຊື່ສຽງຂອງມາ​ເລ​ເຊຍ​ໄດ້​ລະບາຍ​ນໍ້າຈາກ​ເຂື່ອນເນື່ອງ​ຈາກ​ວ່າ​ຝົນຕົກ​ແຮງ, ​ແຕ່​ວ່າ​ນໍ້າ​ໄຫລ​ອອກ​ຢ່າງ​ຮຸນ​​ແຮງ​ແລະ​ເຮັດ​ໃຫ້ເກີດ​​ໄພ​ນໍ້າ​ຖ້ວມຢ່າງ​ຮ້າຍ​ແຮງ ​ເຊິ່ງ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິ​ດ 3 ຄົນ, ມີ 3 ຄົນ​​ໄດ້​ຫາຍ​ສາບ​ສູນ, ປະ​ມານ 80 ຄອບຄົວ​ໄດ້​ຮັບ​ຜົນກະທົບ, ຄາດ​ວ່າມູນ​ຄ່າການ​​ເສຍ​ຫາຍ​ຈະ​ມີຫລາຍ​ກວ່າ 10 ລ້ານຣິງກິດ​ມາ​ເລ​ເຊຍ.

​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ຢັ້ງ​ຢືນ​ວ່າ, ​ໃນ 3 ຄົນ​ທີ່​ເສຍ​ຊີວິດ, ຄົນ​ໜຶ່ງ​ເປັນ​ຜູ້​ຊາຍ​ທາງ​ຄົນເຊື້ອສາຍ​ຈີນ​, ຄົນໜຶ່ງ​ເປັນ​ກໍາມະກອນ​ບັງ​ກະລາ​ເດັດ ​ແລະ​ຍັງ​ມີ​ອີກ​ຄົນ​ໜຶ່ງ​ເປັນ ກໍາມະກອນອິນ​ໂດ​ເນ​ເຊຍ. ສື່​ມວນ​ຊົນ​ທ້ອງ​ຖິ່ນ​ລາຍ​ງານ​ວ່າ, ນີ້​ເປັນ​ໄພ​ນໍ້າ​ຖ້ວມ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ຂອງ​ທ້ອງ​ຖິ່ນໃນ​ປະຫວັດສາດ.

ຂ່າວ​ແຈ້ງວ່າ, ລະດູ​ຝົນ​ນີ້​ໄດ້​ເຮັດ​ໃຫ້​ລະດັບ​ນໍ້າ​ຂອງ​ເຂື່ອນນໍ້າຣິງ​ເລັດ​ຢູ່​ພູ​ພຽງຄາມ​ມາ​ລົນສູງ​ຂຶ້ນ, ອົງການ​ຄຸ້ມ​ຄອງ​ໄດ້​ຕົກລົງລະບາຍ​ນໍ້າ​ໃນ​ເວລາ 0 ​ໂມງຂອງວັນ​ທີ 23 ຕຸລາ​ນີ້, ​ແຕ່​ວ່າ​ບໍ່​ນຶກ​ບໍ່​ຝັນ​ເລີຍ​ວ່າໄດ້​ເຮັດ​ໃຫ້​​​ບ້ານ​ເຮືອນ​ຂອງ​ປະຊາຊົນ​ທີ່ຢູ່ເຂດ​ລຽບ​ຕາມ​​ຍ່ານ​ໃຕ້ແມ່ນ​ນໍ້າ​ໄດ້ເກີດ​​ໄພ​ນໍ້າ​ຖ້ວມ,​ເຮັດ​ໃຫ້​ລະດັບ​ນໍ້າ​ສູງ​ກວ່າ 3 ​ແມັດ,​ແລະ​ໄດ້​ຖ້ວມ​ເຮືອນ​ຊານ​ຂອງ​ປະຊາຊົນ.