ທະນາຄານ​ກາງ​ເອີ​ຣົບ​ເລີ່​ມກວດກາ​ຂະ​ແໜງ​ການ​ທະນາຄານຢ່າງຮອບດ້ານ

(GMT+08:00) 2013-10-24 17:17:01     cri

ເມື່ອ​ບໍ່​ດົນມານີ້, ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ເງິ​ນສະຫະພາບ​ເອີຣົບ​ໄດ້​ຮັບ​ຮອງ​ຍັດຕິກົນ​ໄກດຽວ​ເພື່ອຕິດຕາ​ມກວດກາຂະ​ແໜງ​ການ​ທະນາຄານ ​ໂດຍ​ໄດ້​ຢືນຢັນ​ໃຫ້ທະນາຄານ​ກາງ​ເອີ​ຣົບ​ແລະ​ອົງການ​ຕິດຕາມ​ກວ​ດກາ​ຂອງປະ​ເທດ​ສະມາຊິກ​ຮ່ວມ​ກັນ​ປະກ​ອບ​ເປັນ​ອົງ​ປະກອບ​ຕິດຕາມ​ກວດກາຕົ້ນຕໍ​ຂອງກົນ​ໄກ​ດັ່ງກ່າວ. ວັນ​ທີ 23 ຕຸລາ​ນີ້, ທະນາຄານ​ກາງ​ເອີ​ຣົບ​​ປະກາດຢ່າງ​ເປັນ​ທາງ​ການ​ວ່າ ​ເລີ່​ມປະຕິບັດ​ແຜນ​ກວດ​ກາ​ຂະ​ແໜງ​ການ​ທະນາຄານຢູ່​ເຂດ​ໃຊ້​ເງິນ​ເອີ​​ໂຣຢ່າງຮອບດ້ານ ​ເພື່ອ​ປະຕິ​ບັດ​ໜ້າ​ທີ່​ຕິດຕາມ​ກວດກາ​ຢ່າງ​ເປັນ​ທາງ​ກາ​ນພາຍຫລັງ​​ສໍາ​​ເລັດ​ການ​ກວດກາ​ແລ້ວ. ທ່ານ​ມາລີ​​ໂອ ດະ​ລາ​ກີ, ຜູ້​ວ່າການ​ທະນາຄານ​ກາງ​ເອີຣົບກ່າວ​ວ່າ, ​ແຜນການ​ກວດກາ​ນີ້​ເປັນ"ບາດກ້າວ​ທີ່​ສໍາຄັນ​ຕໍ່​ອະນາຄົດ​ຂອງ​ເສດຖະກິດ​ເອີຣົບ​ແລະ​ເຂດ​ໃຊ້​ເງິນ​​ເອີ​ໂຣ, ຫວັງ​ວ່າ​ການ​ກວດກາຂະ​ແໜງ​ການ​ທະນາຄານຈະ​ສາມາດ​ເພີ່ມ​ຄວາມ​ເຊື່ອ​ໝັ້ນ​ຂອງພາກສ່ວນ​ເອກະ​ຊົນ​ຕໍ່​ຄວາມ​ໝັ້ນ​ທ່ຽງ​​ແລະ​ສະພາບການຕິດ​ໜີ້​ຂອງ​ທະນາຄານ​ຢູ່​ເຂດທີ່​ໃຊ້​ເງິນ​ເອີ​ໂຣ".

ທະນາຄານ​ກາງ​ເອີ​ຣົບ​ໄດ້​​ອອກ​ຖະ​ແຫລ​ງການ​ໃນ​ມື້​ດຽວ​ກັນ​ວ່າ, ​ແຜນການ​ກວດກາ​ຂະ​ແໜງ​ການ​ທະນາຄານ​ຮອບດ້ານ​ຢູ່​ເຂດ​ທີ່​ໃຊ້​ເງິນເອີ​ໂຣຈະ​ລວມມີ​ສາມ​ດ້ານ ຄື ​ການ​ກວດກາ​ຄວາມ​ສ່ຽງ​ໄພ​ດ້ານ​ການ​ຕິດຕາມ​ກວດກາ, ການ​ກວດກາ​ຄຸນ​ນະພາ​ບຊັບ​ສິນ ​ແລະ​ການ​ທົດ​ສອບຄວາມ​ກົດ​ດັນ. ວຽກ​ງານ​ກວດກາ​ດັ່ງກ່າວ​ຈະ​ນໍາ​ໂດຍ​ທະນາຄານ​ກາງ​ເອີຣົບ ​ແລະ​ມີ ອົງການ​ຕິດຕາມ​ກວດກາຂອງ​ປະ​ເທດ​ສະມາ​ຊິກ​​ເຂົ້າ​ຮ່ວມ, ພ້ອມ​ນັ້ນ​ຈະ​ໄດ້​ຮັບ​ການສະ​ສະໜັບສະໜູນ​ຈາກ​ອົງ​ການ​ຝ່າຍ​ທີ​ສາມ​ທີ່​ບໍ່​ຂຶ້ນ​ກັບ​ຝ່າຍ​ໃດ. ຜົນ​ການ​ກວດກາ​ຈະ​​ເປີດ​ເຜີ​ຍກ່ອນທະນາຄານ​ກາງ​ເອີ​ຣົບຈະ​ປະຕິ​ບັດ​ໜ້າ​ທີ່​ຕິດຕາມ​ກວດກາ​ໃນ​​ເດືອນ​ພະ​ຈິກ ​ປີ 2014 ໜ້າ​ນີ້.