ຜູ້​ຊ່ຽວຊານ​ສະ​ເພາະ​ດ້ານ​ຂອງ​ປາ​ເລັສຕິນກ່າວ​ວ່າ ບົດ​ລາຍ​ງານ​ກ່ຽວ​ກັບ​ການຊັນນະສູດ​ສົບ​ໄດ້​ຢັ້ງຢືນ​ວ່າ ທ່ານ​ອາຣາຟັດ​ເຖິງ​ແກ່​ກຳບໍ່​ແມ່ນ​ຍ້ອນ​ສານ​ໂພ​ໂລ​ນຽມ

(GMT+08:00) 2013-10-25 12:25:00     cri

ວັນ​ທີ 24 ຕຸລາ​ນີ້, ຜູ້​ຊ່ຽວຊານ​ສະ​ເພາະ​ດ້ານ​ຂອງ​ປາ​ເລັສຕິນ ກ່າວ​ວ່າ: ບົດ​ລາຍ​ງານ​ກ່ຽວ​ກັບ​ການຊັນນະສູດ​ສົບ​ທ່ານ​ຢັດ​ເຊີ ອາຣາຟັດ, ອະດີດ​ຜູ້ນຳ​ປາ​ເລັສຕິນ ​ໄດ້​ປະຕິ​ເສດ​ຄວາມ​ອາດ​ເປັນ​ໄປ​ໄດ້​ທີ່​ທ່ານ​ເຖິງ​ແກ່​ກຳ​ຍ້ອນ​ຖືກ​ສານ​ໂພ​ໂລ​ນຽມ, ​ແຕ່​ກໍ​ບໍ່​ປະຕິ​ເສດຄວາມ​ອາດ​ເປັນ​ໄປ​ໄດ້​ທີ່​ວ່າ​ທ່ານ​​ອາດ​ຈະ​​ຖືກ​ສານພິດ​ຊະນິດ​ອື່ນ.

ມື້​ດຽວ​ກັນ, ທ່ານ​ທາວ​ຟິກ ຕີຣາພີ, ປະທານ​ຄະນະ​ກຳມະການ​ກວດກາ​ສາ​ເຫດການ​ເຖິງ​ແກ່​ກຳ​ຂອງ​ທ່ານ​ອາຣາຟັດ ​ໄດ້​ປະຕິ​ເສດ​ຕໍ່​ການໃຫ້​ທັດສະນະ​ຕໍ່​ເລື່ອງ​ນີ້, ແຕ່ໄດ້ກ່າວວ່າ ລັດຖະບານປາເລັສຕິນຈະຈັດກອງປະຊຸມຖະ​ແຫຼງຂ່າວ​ກ່ຽວ​ກັບ​ຜົນ​ກາ​​ຊັນນະສູດສົບ​ ​ໃນ​ບໍ່​ດົນ​ຂ້າງ​ໜ້າ​ນີ້.

​ເດືອນ​ຕຸລາ​ປີ 2004, ທ່ານ​ອາຣາຟັດ ​ໄດ້​ຈາກ​ເມືອງຣາມາລາ​ໄປ​ຮັບ​ການ​ປິ່ນປົວ​ຢູ່​ໂຮງໝໍ​ທະຫານ​ເປີ​ຊີ​ປະ​ເທດຝຣັ່ງ ​ແລະ ​ໄດ້​ເຖິ່ງ​ແກ່​ກຳ​ຢູ່​ຝຣັ່ງ​ໃນ​ເດືອນ​ພະຈິກ​ປີ​ດຽວ​ກັນ. ​ເດືອນ​ກໍລະກົດ​ປີ​ກາຍ​ນີ້, ສື່​ມວນ​ຊົນ​ໄດ້​​ເປີດ​ເຜີຍ​ວ່າ​​​ໃນ​ເຄື່ອງນຸ່ງຂອງ​ທ່ານ​ອາຣາຟັດ​ໄດ້​ຖືກ​ກວດ​ພົບ​ສານ​ໂພ​ໂລ​ນຽມ​ທີ່​ມີ​ກຳ​ມັນ​ຕະພາບ​ລັງສີ​ລະດັບ​ສູງ, ​ນີ້​ໄດ້​ພາ​ໃຫ້​ມີ​ການສັນນິຖານ​ວ່າ​ທ່ານ​ອາຣາຟັດ​ອາດ​ຈະ​ຖືກ​ສານພິດ​​ແລະ​ພາ​ໃຫ້​ທ່ານ​ເຖິງ​ແກ່​ກຳ. ພາຍຫຼັງມາ, ປາ​ເລັສຕິນ​ເຫັນ​ດີ​ໃຫ້​ມີ​ການ​ຊັນນະສູດສົບ​ເພື່ອ​ຄົ້ນຫາ​ສາ​ເຫດ​ທີ່​ພາ​ໃຫ້​ທ່ານ​ເຖິງ​ແກ່​ກຳ. ​ເດືອນ​ພະຈິກ​ປີ​ກາຍ​ນີ້, ຜູ້​ຊ່ຽວຊານ​ຂອງ​ສະ​ວິສ, ຝຣັ່ງ ​ແລະ ຣັດ​ເຊຍ ​ໄດ້​ນຳ​ເອົາ​ຕົວ​ຢ່າງຊາກ​ກະດູກ​ຈາກ​ສຸສານ​ຂອງ​ທ່ານ​ອາຣາຟັດ​ທີ່​ຕັ້ງຢູ່​ເມືອງ​ລາມາລາ​ປາ​ເລັສຕິນ, ​ແລະ​ໃຫ້​ຜູ້​ຊ່ຽວຊານ​ໃນ​ໜ່ວຍ​ກວດກາ​ນຳ​ເອົາ​​ໄປ​ກວດກາ​ຢູ່​ໃນ​ປະ​ເທດ​ຂອງໃຜລາວ.