ສານ​ຂັ້ນສູງ​ແຂວງ​ຊານ​ຕຸ​ງຈີນຕັດສິນ​ອີງຕາມການຕັດສິນ​ໃນ​ການ​ໄຕ່​ສວນ​ຄັ້ງ​ທຳ​ອິດທີ່ລົງໂທດທ່ານ​ໂປ​ຊີ​ໄລໃຫ້ຈຳ​ຄຸກ​ຕະຫຼອດ​ຊີວິດ

(GMT+08:00) 2013-10-25 12:25:18     cri
ຕາມ​ຂ່າວCRI: ຕອນ​ເຊົ້າ​ວັນ​ທີ25ຕຸລາ​ນີ້, ສານປະຊາຊົນ​ຂັ້ນ​ສູງ​ແຂວງ​ຊານ​ຕຸ​ງ​ຈີນໄດ້​ປະ​ກາດ​ຄຳພິພາກສາຂອງ​​ການ​​ໄຕ່​ສວນຄັ້ງ​ທີ2ກ່ຽວ​ກັບຄະດີ​ກິນ​ສິນ​ບົນ, ສໍ້​ລາດ​ບັງ​ຫຼວງ, ການໃຊ້ສິດ​ໄປ​ໃນ​ທາງ​ບໍ່​ຖືກຕ້ອງ​ຂອງ​​ທ່ານໂປ​ຊີ​​ໄລ, ອະດີດ​ເລຂາ​ພັກ​ກຳ​ແພງ​ນະຄອນ​ຈົ່ງ​ກິ່ງ, ອະດີດ​ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ​ແລະບໍ່ຮັບການອຸທອນຂອງ​ທ່ານ​ໂດຍອີງຕາມການ​ຕັດສິນ​ລົງ​ໂທດ​ຈຳ​ຄຸກທ່ານໂປຊີໄລ​ຕະຫຼອດ​ຊີວິດ​​ຕາມການຕັດສິນຄັ້ງ​ທຳ​ອິດ.