ບຣູ​ໄນ​ ອິນ​ໂດ​ເນ​ເຊຍ ມະ​ເລ​ເຊຍ ຟີ​ລິບ​ປີນ​ລົງ​ນາມ​ໃນ​ສັນຍາ​ວ່າ​ດ້ວຍ​ການ​ເປີດ​ເສັ້ນທາງ​ການ​ຂົນ​ສົ່ງ​ທາງ​ທະ​ເລ, ທາງບົກ​ແລະທາງ​ອາກາດ​ເສັ້ນ​ໃໝ່

(GMT+08:00) 2013-10-25 12:26:54     cri
ຕາມ​ຂ່າວCRI: ບຣູ​ໄນ, ອິນ​ໂດ​ເນ​ເຊຍ, ມະ​ເລ​ເຊຍ​ກັບ​ຟີ​ລິບ​ປີນ​ໄດ້ລົງ​ນາມ​ໃນສັນຍາ, ຈະ​ເປີດ​ເສັ້ນທາງ​ການ​ຂົນ​ສົ່ງ​ທາງ​ທະ​ເລ, ທາງບົກ​ແລະ​ທາງອາກາດ​ເສັ້ນ​ໃໝ່​ເພື່ອ​ປັບ​ປຸງ​ການ​ເຊື່ອມ​ຕໍ່​ກັນເຊິ່ງກັນ​ແລະ​ກັນ, ​ເພື່ອກະ​ຕຸ້ນ​ການ​​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ເຂດ​ນີ້.

ໜັງສືພິມ "ຈາ​ກາ​ຕາ​ໂພສ" ຂອງ​ອິນ​ໂດ​ເນ​ເຊຍລາຍ​ງານ​ວ່າ, ​ເຂດ​ເຕີບ​ໂຕ​ພາກ​ຕາ​ເວັນ​ອອກ​ອາ​ຊຽນທີ່​ປະກອບ​ດ້ວຍ4ປະ​ເທດ​ສະມາຊິກ​ໄດ້​ລົງ​ນາມ​ໃນສັນຍາ​ສະບັບ​ນີ້​ໃນ​ກອງ​ປະຊຸມ​ລັດຖະມົນຕີຄົມມະນາຄົມຄັ້ງທີ8ທີ່ຈັດ​ຂຶ້ນ​ຢູ່​ເມືອງ​ບານ​ຈາ​ມາ​ຊີ​ນແຂວງ​ຄາ​ມາ​ລິ​ມັນ​ຕັນ​ໃຕ້​ຂອງ​ອິນ​ໂດ​ເນ​ເຊຍ​ໃນ​ວັນ​ທີ22ຕຸລາ​ນີ້.

ລັດຖະມົນຕີ​ວ່າການ​ກະຊວງ​ຄົມມະນາຄົມ​ອິນ​ໂດ​ເນ​ເຊ​ຍກ່າວ​ພາຍຫຼັງ​ກອງ​ປະຊຸມ​ສຳ​ເລັດ​ລົງ​ວ່າ, ວຽກ​ງານ​ການ​​ເພີ່ມ​ເສັ້ນທາງ​ການ​ຂົນ​ສົ່ງ​​ເສັ້ນ​ໃໝ່ຈະ​ເລີ່​ມປະຕິບັດ​ໃນ​ໄວໆ​ນີ້, ​ການ​​ເພີ່ມ​ທະວີ​​ການ​ເຊື່​ອມຕໍ່​ກັນ​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ​ທາງພາກ​ຕາ​ເວັນ​ອອກຂອງ​ອາ​ຊຽນຈະ​ນຳ​ເອົາ​ຜົນ​ດີ​ມາໃຫ້​ວິ​ສາ​ຫະກິດ​ແລະ​ຂະ​ແໜງ​ການທ່ອງທ່ຽວ​ຂອງ​ອະນຸ​ພາກ​ພື້ນ​ນີ້, ພວກ​ເຮົາ​ຫວັງ​ໃຫ້ສະໜອງການ​ບໍລິການ​ໃໝ່​ຕ່າງໆ​ດ້ານ​ຄົມມະນາຄົມ​​ເພື່ອ​ກະ​ຕຸ້ນ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ເຂດ​ນີ້.