ສາ​ເຫດ​ໄຟ​ໄໝ້ປ່າຢູ່​ອົສຕຼາລີ​​ແມ່ນ​ຍ້ອນ​ການ​ຊ້ອມ​ຮົບຂອງ​ທະຫານ ກະຊວງ​ປ້ອງ​ກັນ​ປະ​ເທດ​ອົສຕຼາລີ​ໄດ້​ສະ​ແດງ​ຄວາມ​ຂໍ​ອະ​ໄພຕໍ່​ປະຊາຊົນ​ແລ້ວ

(GMT+08:00) 2013-10-25 10:49:22     cri

ບົດ​ລາຍ​ງານສໍາ​ຫລວດ​ຂອງກົມ​ດັບ​ເພີງຊົນນະບົດລັດ​ນີວຊາວ​​ເວ​ວ ອົສຕຼາລີ​​ຊີ້​​ໃຫ້​ເຫັນວ່າ, ສາ​ເຫດ​ຂອງໄຟ​ໄໝ້​ປ່າຢູ່ລັດ​ນີວຊາວ​​ເວ​ວ​ແມ່ນ​ຍ້ອນ​ວ່າ​ກະ​ຊວງ​ປ້ອງກັນ​ປະ​ເທດອົສຕຼາລີ​ໄດ້​ດໍາ​ເນີນ​ການ​ຝຶກ​ຫັດ​ການ​ໃຊ້ລະ​ເບີດ​ໃນ​ວັນ​ທີ 16 ຕຸລາ​ນີ້. ວັນ​ທີ 24 ຕຸລາ​ນີ້, ກະ​ຊວງ​ປ້ອງກັນ​ປະ​ເທດອົສຕຼາລີ​ໄດ້​ອອກ​ຖະ​ແຫລ​ງການ​ເພື່ອ​ສະ​ແດງ​ຄວາມ​ຂໍ​ອະ​ໄພຕໍ່​ປະຊາຊົນ​ແລ້ວ.

ໃນ 1 ອາທິດ​ມາ​ນີ້, ໄຟ​ໄໝ້​ປ່າຢູ່​ພູ​ບຼູແລະ​ເຂດ​ອື່ນໆ​ຂອງອົສຕຼາລີ​ໄດ້​​ແຜ່​ລາມ​ໄປ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ​ໄດ້​​ເຜົາທໍາລາຍ​ຕົ້ນ​ໄມ້​ແລະອາຄານ​ບ້ານ​ເຮືອນ. ນັກ​ດັບ​ເພີງ 1500 ກວ່າ​ຄົນ​ໄດ້​ພະຍາຍາມ​ມອດ​ໄຟ​ທີ່​ເກີດ​ຂຶ້ນ​ຫລາຍ​ຈຸດ ​ເພື່ອ​ຫລຸດຜ່ອນ​ການ​ເສຍ​ຫາຍ​ດ້ານ​ຊັບ​ສິນ. ປັດຈຸບັນ​ນີ້, ​ເນື້ອ​ທີ່​ຖືກ​ໄຟ​ໄໝ້​ຢູ່ລັດ​ນີວຊາວ​​ເວ​ວ​ມີເກືອບ 5 ໝື່ນ​ເຮັກຕາ.