ຈີນແລະ​ອິນ​ເດຍກ່າວ​ຢໍ້າວ່າ ຈະ​ບໍ່​ໃຊ້​ຄວາມ​ສາ​ມາ​ດດ້ານ​ການ​ທະຫານ​ຕໍ່​ກັນ

(GMT+08:00) 2013-10-25 14:38:06     cri

ວັນ​ທີ 24 ຕຸລາ​ນີ້, ທ່ານ​ນາງ​ຮວ໋າຊຸນ​ຢິ໋ງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ສັນຍາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ການ​ປ້ອງກັນ​ຊາຍ​​ແດນ​ທີ່​ຈີນ​ກັບ​ອິນ​ເດຍ​ລົງ​ນາມຮ່ວມ​​​ເມື່ອ​ບໍ່​ດົນ​ມານີ້​ໄດ້ກ່າວ​ຢໍ້າວ່າ ຈະ​ບໍ່​ໃຊ້​ຄວາມ​ສາ​ມາ​ດດ້ານ​ການ​ທະຫານ​ຕໍ່​ກັນ ​ແລະ​ໄດ້​ໃຫ້​ຄໍາໝັ້ນ​ສັນຍາ​ວ່າ​ຈະ​ສືບ​ຕໍ່​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ແລະ​ຄວາມ​ສະຫງົບ​ຂອງ​​ເຂດ​ຄວບ​ຄຸມ​ຕົວ​ຈິງ​ຕາມເຂ​ດຊາຍ​ແດນ​ຈີນ-ອິນ​ເດຍ.

ນາງຮວ໋າຊຸນ​ຢິ໋ງກ່າວ​ຕື່ມ​ວ່າ, ຝ່າຍ​ຈີນ​ໄດ້​ໃຫ້​ຄວາມ​ສໍາຄັນ​ຕໍ່​ເລື່ອງ​ຄວາມ​ສົນ​​ໃຈ​ຂອງ​ຝ່າຍ​ອິນ​ເດຍມາ​ໂດຍ​ຕະຫລອດ. ພາຍ​ໃຕ້​ຄວາມ​ພະຍາຍາມ​ຮ່ວມ​ກັນ​ຂອງ​ສອງ​ຝ່າຍ, ສອງ​ປະ​ເທດ​ໄດ້ຮ່ວມ​ກັນລົງ​ນາມ​​ໃນບົດ​ບັນທຶກຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມືດ້ານແມ່​ນໍ້າ​ຂ້າມ​ຊາຍ​​ແດນ ​ໃນ​ໄລຍະ​ທ່ານ​ມານ​ໂມ​ຮານ ຊິງ, ນາຍົກລັດຖະມົນຕີອິນ​ເດຍຢ້ຽມຢາມ​ຈີນ ​ໂດຍ​ໄດ້​ເຫັນ​ດີ​ເພີ່ມ​ທະວີການ​ຮ່ວມ​ມືດ້ານ​​ແມ່​ນໍ້າ​ຂ້າມ​ຊາຍ​​ແດນຕື່ມ​ອີກ, ດໍາ​ເນີນ​ການ​ຮ່ວມ​ມື​ດ້ານ​ການ​ແຈ້ງຂໍ້​ມູນ​ອຸ​ທົກກະ​ສາດ​ແລະການ​ແກ້​ໄຂ​ເຫ​ດການຮັບ​ມື​ສຸກ​ເສີ​ນພາຍ​ໃຕ້​ກົນ​ໄກ​ລະດັບ​ວິຊາ​ການທີ່​ມີ​ຢູ່​ໃນ​ປັດຈຸບັນ ​ແລະ​ໄດ້​ແລ​ກປ່ຽນ​ຄໍາ​ຄິດ​ຄໍາ​ເຫັນ​ເຊິ່ງກັນ​ແລະ​ກັນ​ກ່ຽວ​ກັບ​ບັນຫາ​ທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ​ກັນ. ຝ່າຍ​ອິນ​ເດຍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ຈີນ​ທີ່​ໄດ້​ທໍາ​ຄວາມ​ພະຍາຍາມ​​ໃນ​ການສະ​ສະໜອງຂໍ້​ມູນດ້ານອຸທົກກະ​ສາດຂອງ​ແມ່ນ​ນໍ້າ​ຂ້າມ​ຊາຍ​ແດນ​ແລະ​ການ​ແກ້​ໄຂ​ເຫດການ​ສຸກ​ເສີນ.