ການ​ເຈລະຈາ​ຊັ້ນ​ສູງ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ-​ເອີ​ຣົບ​ຄັ້ງ​ທີ 4 ​ໄດ້​ບັນ​ລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ສັນ​ກັນ​ຫລາຍ​ປະ​ການ

(GMT+08:00) 2013-10-25 16:02:20     cri

ວັນ​ທີ 24 ຕຸລາ​ນີ້, ການ​ເຈລະຈາ​ຊັ້ນ​ສູງ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ-​ເອີ​ຣົບຄັ້ງ​ທີ 4 ​ໄດ້ຈັດ​ຂຶ້ນ​ຢູ່ນະຄອນຫລວງບຣຸກແຊນ ປະ​ເທດ​​ແບນ​ຊິກ ​ໂດຍ​ມີ​ທ່ານ​ມ໋າຄ໋າຍ, ຮອງ​ນາຍົກລັດຖະມົນຕີ​ຈີນ, ທ່ານ​ໂອ​ລີ ​ເຣນ, ຮອງ​ປະທານ​ຄະນະ​ກໍາມະການ​ສະຫະພາບ​ເອີຣົບ ​ແລະທ່ານ​ຄາ​ເຣນ ​ເດ ກຸດ, ກໍາມາ​ທິການ​ການ​ຄ້າ ຄະນະ​ກໍາມະການ​ສະຫະພາບ​ເອີຣົບ ຮ່ວມ​ກັນ​ເປັນ​ປະທານ​ຂອງ​ການ​ເຈລະຈາ​ຄັ້ງ​ນີ້.

ທ່ານມ໋າຄ໋າຍກ່າວ​ວ່າ, ປັດຈຸບັນ​ນີ້​ສະ​ຖານ​ະການ​ດ້ານ​ເສ​ດຖະກິດ​ໃນ​ທົ່ວ​​ໂລກ​ມີ​ຄວາມສັບສົນ​ຫລາຍ, ຈີນ​ກັບ​​ເອີຣົບລ້ວນ​ແຕ່​ຢູ່​ໄລຍະ​ສໍາຄັນ​ຂອງ​ການ​ຊຸກຍູ້​ການ​ປັບປຸງ​ໂຄງ​ປະກອບ​ແລະ​ສົ່ງ​ເສີມ​ການ​​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ​ຂອງ​ເສດຖະກິດ. ສອງ​ຝ່າຍ​ຄວນ​​ເພີ່ມ​ທະວີ​ການ​ປະສານ​ງານ​ດ້ານ​ນະ​ໂຍບາຍ​​ເສດຖະກິດ​ມະຫາ​ພາກ ​ແລະ​ຊຸກຍູ້​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຮ່ວມ​ກັນ.

ຝ່າ​ຍ​ເອີຣົບກ່າວ​ວ່າ, ການ​ທີ່​ອົງ​ກອນ​ເສດຖະກິດ​ໃຫຍ່​​ເອີຣົບກັບ​ຈີນ​​ເພີ່ມ​ທະວີ​ການ​ປະສານ​ງານ​ດ້ານ​ນະ​ໂຍບາຍ​​ເສດຖະກິດ​ມະຫາ​ພາກ, ​ແກ້ໄຂ​ບັນຫາ​ການ​ຄ້າ​ການ​ລົງທຶນຢ່າງ​ເໝາະ​ສົມ​ຜ່ານ​ການ​ເຈລະຈາ​ແລະ​ການຮ່ວມ​ມື ມີ​ຄວາມ​ສໍາຄັນ​ທີ່​ສຸດ​ຕໍ່​ສອງ​ຝ່າຍ​ເອີຣົບກັບ​ຈີນ ກໍ​ຄື​ເສດຖະກິດ​ທົ່ວໂລກ.

ສອງ​ຝ່າຍ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​​ໃນ​ການ​ຍຶດໝັ້ນ​ການ​ເປີດ​ຕະຫລາດ, ຄັດ​ຄ້ານ​ລັດທິ​ປົກ​ປ້​ອງການ​ຄ້າທຸກ​ປະ​ເພດ, ​ຄວບ​ຄຸມ​​ແລະແກ້​ໄຂ​ການ​ຂັດ​ແຍ້​ງດ້ານ​ການ​ຄ້າ​ໃຫ້​ດີ​​ໂດຍ​ຜ່ານການ​ເຈລະຈາ​ແລະ​ການ​ປຶກສາ​ຫາລື ​ແລະ​​ເພີ່ມ​ທະວີ​ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ຕ່າງໆ​ຕື່ມ​ອີກ ​ເຊັ່ນ​ດ່ານ​ພາສີ, ການ​ກວດກາ​ຄຸນ​ນະພາ​ບ, ສິດ​ຊັບ​ສິນ​ທາງ​ບັນຍາ, ການ​ບິ​ນພົນລະ​ເຮືອນ ​ແລະ​ອື່ນ​ໆ. ຊຸກ​ຍູ້​​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ເຕັກ​ໂນ​​ໂລ​ຊີ​ລະດັບ​ສູງ​​ໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງແທ້​ຈິງ.