ຈີນ​ກັບ​ຝຣັ່ງຈະ​ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍໃຫ້​ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່​​ໂອກາດ​ການ​ສ້າງ​ການ​ພົວພັນ​ທາງ​ການ​ທູດ​ຄົບຮອບ 50 ປີ

(GMT+08:00) 2013-10-25 16:08:53     cri

ວັນ​ທີ 27 ມັງກອນ ປີ 2014 ​ເປັນ​ວັນ​ລະນຶກ​ການ​ສ້າງຕັ້ງ​ກາ​ນພົວພັນ​ທາງ​ການ​ທູດ​ລະຫວ່າງ​ຈີນ​ກັບ​ຝຣັ່ງຄົບຮອບ 50 ປີ. ວັນ​ທີ 25 ຕຸລາ​ນີ້, ທ່ານ​ຫລິວ​ໄຫ​ສິ່ງ, ຫົວໜ້າ​ກົມ​ ​ເອີຣົບກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ສອງ​ປະ​ເທດ​ກໍາລັງ​ຮ່ວມ​ມື​ກັນ​ຢ່າງ​ໃກ້​ຊິດ​ກ່ຽວ​ກັບ​ການ​ຈັດ​ກິດຈະ​ກໍາສະ​ເຫລີ​ມສະຫລອງວັນ​ດັ່ງກ່າວ ​ແລະ​ທໍາ​ຄວາມ​ພະຍາຍາມ​ເພື່ອຊຸກຍູ້​ການ​ພົວພັນສອງ​ຝ່າຍໃຫ້​ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່​.

​ໃນ​ໄລຍະ​ໜຶ່ງ​ປີ​ມານີ້, ທ່ານ​ໂລ​ເຣັດ ຟາ​ປີ​​ໂອສ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຝຣັ່ງ​ໄດ້​ເດີນ​ທາງ​ມາ​ຢ້ຽ​ມຢາມ​ຈີນ​ຫລາຍ​ຄັ້ງ ​ແລະ​ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ພົວພັນ​ສອງ​ຝ່າຍ. ຕໍ່​ເລື່ອງ​ນີ້, ທ່ານຫລິວ​ໄຫ​ສິ່ງກ່າວ​ວ່າ, ການ​ພົວພັນ​ລະຫວ່າງ​ຈີນ-ຝຣັ່ງ​ໄດ້​ຢືນຢູ່​ແຖວ​ໜ້າ​ຂອງ​ການ​ພົວພັນລະຫວ່າງ​ຈີນກັບປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ ​ໂດຍ​ສະ​ເພາະ​ກັບ​ປະ​ເທດ​ໃຫຍ່​ມາ​ໂດຍ​ຕະຫລອດ. ສອງ​ປະ​ເທດ​ມີ​ກາ​ນພົວພັນ​ທີ່ມີ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ​ໃນ​ດ້ານ​ການ​ເມືອງ​ແລະ​ຍຸດ​ທະ​ສາດ, ມີ​ການ​ພົວພັນ​ທີ່​​ເພິ່ງ​ພາ​ອາ​​ໃສ​ແລະ​ຊ່ວຍ​ຊູ​ຍູ້​ໜູນ​ກັນ​ໃນ​ດ້ານ​ເສດຖະກິດ, ມີ​ການ​ພົວພັນ​ທີ່​ຖອດ​ຖອນ​ບົດຮຽນ​ກັນ​ໃນ​ດ້ານ​ວັດທະນະ​ທໍາ. ສະນັ້ນ, ໂອກາດ​ການ​ສ້າງ​ການ​ພົວພັນ​ທາງ​ການ​ທູດ​ຄົບຮອບ 50 ປີ, ສອງ​ປະ​ເທດ​ຈະຊຸກຍູ້​ການ​ພົວພັນ​ສອງ​ຝ່າຍໃຫ້​ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່​​.

ທ່ານຫລິວ​ໄຫ​ສິ່ງກ່າວຕື່ມ​ວ່າ, ກິດຈະ​ກໍາ​ສະ​ເຫລີ​ມສະຫລອງ​ຈະດໍາ​ເນີນ​ເປັນ​ເວລາ 1 ປີ, ​ໃນ​ໄລຍະ​ຈັດ​ກິດຈະ​ກໍາ​ຄັ້ງ​ນີ້, ນອກ​ຈາກ​ຈະ​ຈັດ​ງານ​ວາງສະ​ແດງ​ແລະ​ຄອນ​ເສີ​ດຢ່າງ​ເປັນ​ປະ​ຈໍາ​ແລ້ວ, ສອງ​ປະ​ເທດຍັງ​ຈະ​ຈໍາໜ່າຍ​ສະ​ແຕມ​ແລະ​ປຶ້ມ​ຮູບ​ພາບຂອງ​ການ​ເຄື່ອນ​ໄຫວ​ອີກ​ຈໍານວນ​ໜຶ່ງ.