ຈີນ​ໄດ້​ສົ່ງ​ດາວ​ທຽ​ມ"ສື​ຈ້ຽນ 16" ຂຶ້ນ​ສູ່​ອະວະກາດ

(GMT+08:00) 2013-10-25 16:12:39     cri

​ເວລາ 11 ​ໂມງ 50 ນາທີ ວັນ​ທີ 25 ຕຸລາ​ນີ້, ຢູ່​ສູນ​ຍິງ​ສົ່ງ​ດາວ​ທຽມ​ຈີວຊວນ, ຈີນ​ໄດ້​ສົ່ງ​ດາວ​ທຽ​ມ "ສື​ຈ້ຽນ 16"ຂຶ້ນ​ສູ່​ອະວະກາດ​ໂດຍ​ໃຊ້​ລູກ​ສອນ​ໄຟສົ່ງ​ຍານ​ຊາງ​ເຈິ່ງ 4, ດາວ​ທຽມ​ໄດ້​ກ້າວ​ເຂົ້າສູ່​ວົງໂຄຈອນ​ທີ່​ກໍານົດ​ໄວ້​ຢ່າງ​ສະດວກ.

ດາວ​ທຽ​ມ"ສື​ຈ້ຽນ 16" ​ແມ່ນນໍາ​ໃຊ້​ໃນການ​ສໍາ​ຫລວດ​ສິ່ງ​ແວດ​ລ້ອມ​ທາງ​ອະວະກາດ​ແລະ​ການ​ທົດ​ລອງ​ດ້ານ​​ເຕັກນິກ. ນີ້​ເປັນ​ການ​ຍິງ​ສົ່ງ​ຄັ້ງ​ທີ 182 ທີ່​ນໍາ​ໃຊ້ລູກ​ສອນ​ໄຟສົ່ງ​ຍານ​ລະບົບ​ຊາງ​ເຈິ່ງ.