ຍຸດ​ທະ​ສາດ​ແລະ​ວຽກ​ງານ​ການ​ຕ່າງປະ​ເທດ​ຕໍ່ປະ​ເທດ​​ອ້ອມ​ຂ້າງ ຕ້ອງ​ໄປ​ຕາມ​ບາດກ້າວ​ຂອງ​ຍຸກ​ສະ​ໄໝ ​ແລະ​ເປັນ​ເຈົ້າການຫຼາຍກວ່າ​ເກົ່າ

(GMT+08:00) 2013-10-26 15:59:53     cri
ຕາມ​ຂ່າວສານ​ຈີນ: ​ວັນ​ທີ 24 ຫາ​ວັນ​ທີ 25 ຕຸລາ​ນີ້, ກອງ​ປະຊຸມສົນທະນາວຽກ​ງານ​ການ​ຕ່າງປະ​ເທດຕໍ່ປະ​ເທດ​​​ອ້ອມ​ຂ້າງ ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງປັກ​ກິ່ງ, ທ່ານ​ສີ​ຈິ້ນຜິ​ງ, ປະທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ສຳຄັນ​ໃນ​ກອງ​ປະຊຸມ ​ໂດຍ​ກ່າວ​ເນັ້ນ​ວ່າ, ປະ​ເທດອ້ອມ​ຂ້າງ ​ມີ​ຄວາມໝາຍ​ຍຸດ​ທະ​ສາ​ສຳຄັນ​ທີ່​ສຸດ​ຕໍ່​ຈີນ. ຍຸດ​ທະ​ສາດ​ແລະ​ວຽກ​ງານ​ການ​ຕ່າງປະ​ເທດ​ຕໍ່ປະ​ເທດອ້ອມ​ຂ້າງ ຕ້ອງ​ໄປ​ຕາມ​ບາດກ້າວ​ຂອງ​ຍຸກ​ສະ​ໄໝ ​ແລະ​ເປັນ​ເຈົ້າ​ການຫຼາຍກວ່າ​ເກົ່າ.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ, ​ທິດທາງ​ພື້ນຖານ​ຂອງ​​ການ​ຕ່າງປະ​ເທດ​ຕໍ່​ປະ​ເທດ​​​ອ້ອມ​ຂ້າງ ຂອງ​ຈີນ ກໍ່​ຄື ຍຶດໝັ້ນມີ​ໄມຕີ​ຈິດ​ຕໍ່​ປະ​ເທດ​ໃກ້​ຄຽງ​ແລະ​ຖື​ປະ​ເທດ​ໃກ້​ຄຽງ​ເປັນໝູ່​ເພື່ອນ ຍຶດໝັ້ນມີ​ຄວາມ​ປອງ​ດອງ​ກັນ​ກັບປະ​ເທດ​ໃກ້​ຄຽງ, ຢູ່​ຮ່ວມ​ກັນ​ກັບປະ​ເທດ​ໃກ້​ຄຽງ​ຢ່າງ​ສະຫງົບ, ຮັ່ງມີ​ນຳ​ກັນ​ກັບປະ​ເທດ​ໃກ້​ຄຽງ, ຕ້ອງ​ເຮັດ​ໃຫ້​ທັດສະນະຄວາມ​ສະໜິດສະໜົມ, ຄວາມ​ຈິງ​ໃຈ, ອໍານວຍ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ກັນ​ແລະ​ຜ່ອນຜັນ​ໃຫ້​ແກ່​ກັນ. ຕ້ອງ​ຍຶດໝັ້ນມີ​ໄມຕີ​ຈິດ​ມິດຕະພາບ​ກັບປະ​ເທດ​ໃກ້​ຄຽງ, ຊ່ວຍເຫຼືອເຊິ່ງກັນແລະກັນ, ໄປມາຫາສູ່ກັນເລື້ອຍໆ, ເຮັດເລື່ອງທີ່ຖືກ​​ໃຈ​ຄົນ​ແລະ​ນຳ​ເອົາ​ຄວາມ​ອົບ​ອຸ່ນ​ໃຈ​ມາ​ໃຫ້ປະ​ເທດ​ໃກ້​ຄຽງໃຫ້ຫຼາຍ, ​ເພື່ອ​ເພີ່ມ​ທະວີ​ຄວາມ​ສະໜິດສະໜົມ​ກັບປະ​ເທດ​ອ້ອມ​ຂ້າງ, ປະຕິບັດ​ຕໍ່​ປະ​ເທດ​ອ້ອມ​ຂ້າງ​ຢ່າງ​ຈິງ​ອົກ​ຈິງ​ໃຈ, ຍາດ​ແຍງ​ເອົາ​ເພື່ອນມິດ​ແລະ​ຄູ່​ຮ່ວມ​ມືຫຼາຍ​ກວ່າ​ເກົ່າ. ອງດໍາ​ເນີນການຮ່ວມ​ມື​ກັບປະ​ເທດ​ອ້ອມ​ຂ້າງ ບົນ​ພື້ນຖານຫຼັກການທີ່​ອໍານວຍຜົນ​ປະ​ໂຫຍດ​ໃຫ້​ແກ່​ກັນ, ​ເພີ່​ມທະວີ​ຜົນ​ປະ​​ໂຫຍ​ດຮ່ວມ​ລະຫວ່າງ​ສອງ​ຝ່າຍ​ໃຫ້​ກ້າວ​ເຖິງ​ລະດັບ​ສູງ​ກວ່າ​ເກົ່າ, ​ເຮັດ​ໃຫ້​ປະ​ເທດ​ອ້ອມ​ຂ້າງໄດ້ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ພັດທະນາ​ຂອງ​ຈີນ, ​ແລະ​ກໍ່​ເຮັດ​ໃຫ້​ຈີນ​ໄດ້ຮັບ​ຜົນ​ປະ​ໂຫຍ​ດ​ແລະກຳລັງ​ຈາກ​ການ​ພັດທະນາຮ່ວມ​ກັນ​ກັບປະ​ເທດອ້ອມ​ຂ້າງ. ຕ້ອງ​ລິ​ເລີ່​ມ​ແນວ​ຄິດ​ຜ່ອນຜັນ, ​ຊຸກ​ຍູ້​ການຮ່ວມ​ມື​ໃນ​ພາກ​ພື້ນ​ດ້ວຍ​ຈິດ​ໃຈ​ທີ່​ກວ້າງ​ຂວາງ​ກວ່າ​ເກົ່າ ​ແລະ​ທ່າ​ທີອັນ​ຕັ້ງໜ້າ​ກວ່າ​ເກົ່າ.