ຂະ​ແໜງ​ການທ່ອງ​ທ່ຽວ​ໂລກ​ມີ​ຄວາມ​ເຫັນ​ໄປ​ໃນ​ແງ່​ດີ​ຕໍ່​ຕະຫຼາດ​​ແຫຼ່ງນັກ​ທ່ອງ​ທ່ຽວ​ຈີນ

(GMT+08:00) 2013-10-26 14:51:57     cri
ຄຽງ​ຄູ່​ກັບ​ຈີນ​ເປີດ​ປະຕູ​ສູ່​ພາຍ​ນອກ​​ເປັນ​ກ້າວໆ, ຄົນ​ຈີນ​​ໄປ​ທ່ຽວ​ຕ່າງປະ​ເທດ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ, ນີ້​ກໍ​ເຮັດ​ໃຫ້​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຂອງ​ປະ​ເທດ​ຕ່າງໆ​ມີ​ຄວາມ​ເປັນ​ໄປ​ໃນ​ແງ່​ດີ​ຕໍ່​ຕະຫຼາດ​ແຫຼ່ງ​ນັກ​ທ່ອງ​ທ່ຽວ​ຈີນ, ​ໃຊ້​ມາດ​ຕະການ​ຕ່າງໆ​ເພື່ອ​ດຶງ​ດູດ​ນັກ​ງທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ປະ​ເທດ​ຕົນ.

​ໃນ​ງານ​ຕະຫຼາດນັດ​ທ່ອງ​ທ່ຽວ​ສາກົນ​ຈີນ2013​ທີ່​ພວມ​ຈັດ​ຂຶ້ນ​ຢູ່​ນະຄອນ​ຄຸນ​ມິ​ງ, ມີ​ນັກທຸລະກິດ​ຂອງ102​ປະ​ເທດ​ແລະ​ເຂດ​ແຄວ້ນ​ໄດ້​ໂຄສະນາ​ເຜີຍ​ແຜ່​ໂຄງການ​ທ່ອງ​ທ່ຽວ​ຂອງ​ຕົນດ້ວຍ​ຮູບ​ການ​ຕ່າງໆ ​ເພື່ອ​ດຶງ​ດູ​ດນັກ​ທ່ອງ​ທ່ຽວ​ຈີນ.

ສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ, ຄາດ​ວ່າ​ໃນ​ປີ2013​ ຈີນ​ຈະ​ມີ​ນັກ​ທ່ອງ​ທ່ຽວ94​ລ້ານ​ຄົນ​ໄປ​ທ່ຽວ​ຕ່າງປະ​ເທດ, ຍອດ​ຄ່າ​ບໍລິ​ໂພ​ກຂອງ​ນັກ​ທ່ອງ​ທ່ຽວ​ຈີນ​ຢູ່​ຕ່າງປະ​ເທດ​ຈະ​ມີ​ເຖິງ128​ຕື້​ໂດ​ລາ, ​ເຊິ່ງຈະ​ເປັນ​ສະຖິຕິ​ໃໝ່. ການ​ວິ​ເຄາະ​ຊີ້​ອອກ​ວ່າ, ຖ້າ​ນະ​ໂຍບາຍ​ວິຊາ​ຂອງ​ປະ​ເທດ​ຕ່າງໆ​ຜ່ອນ​ຍານ​ກວ່າ​ເກົ່າ, ນັກ​ທ່ອງ​ທ່ຽວ​ຈີນ​ຍ່ອມ​ຈະ​ຊຸກຍູ້​ໃຫ້​ຕະຫຼາດ​ທ່ອງທ່ຽວ​ຂອງ​ໂລກ​ເພີ່ມທະວີ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ.