CRI FM93.0 MHz ຄົບຮອບ 7 ປີ

(GMT+08:00) 2013-10-28 15:53:56     cri
ວັນ​ທີ 19 ພະຈິກ​ 2006,​ CRI FM 93.0 MHz ເລີ່ມອອກອາກາດ ຢ່າງເປັນທາງການ,  ທ່ານ​ຫູ​ຈິນທ່າວ, ປະທານ​ປະ​ເທດ​ຈີນ​ໃນ​​ເວລາ​ນັ້ນ​ ແລະ​ ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ, ປະທານ​ປະ​ເທດ​ລາວ​ ຮ່ວມ​ກັນ​ກົດ​ປຸ່ມ​​ອອກ​ອາກາດ,​​ ເຊິ່ງ​ໄດ້​ເປີດ​ສັງກາດ​ໃໝ່​ແຫ່ງ​ການ​ແລກປ່ຽນແລະການ​ຮ່ວມ​ມື​ໃນຂົງ​ເຂດ​ສື່​ມວນ​ຊົນ​ລະຫວ່າງ​ສອງ​ປະ​ເທດ​ຈີນ-​ລາວ. ​ໃນ 7 ປີຜ່ານມາ, CRI FM 93.0 MHz ໄດ້​ບັນທຶກ​ເຫດ​ການ​ສຳຄັນ​ຕ່າງໆ​ໃນ​ການ​ໄປ​ມາ​ຫາ​ສູ່​ກັນ​ຢ່າງ​ມີ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ຈີນ​-​ລາວ, ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຜີຍ​ແຜ່​ໂຄສະນາ​ຜົນງານ​ອັນ​ພົ້ນ​ເດັ່ນ​ແຫ່ງການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ ສປປ ລາວ, ​​ເຊັ່ນ: ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ,​ ງານ​ມະຫະກຳ​ກິລາ​ຊີ​ເກ​ມທີ່​ນະຄອນຫຼວງ​ວຽງ​ຈັນ,​ ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ9ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ສປປ ລາວ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ, ການ​ພົວພັນ​ຄູ່​ຮ່ວມມື​ຍຸດ​ທະ​ສາດ​ຈີນ-​ອາ​ຊຽນຄົບຮອບ10ປີ,​ ແລະ​ອື່ນໆ. ທ່ານ​ປະທານ ​ຈູມ​ມະ​ລີ ​ໄຊ​ຍະ​ສອນ​ ເຄີຍກ່າວ​ວ່າ: "CRI​ ເປັນ​ພາກສ່ວນ​ໜຶ່ງ​ຂອງ​ສື່​ມວນ​ຊົນ​ລາວ, ​ເປັນ​ຂົວ​ຕິດ​ຕໍ່​ອັນ​ສຳຄັນ​ທີ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ລາວ​-ຈີນ."

​ພາຍ​ໃຕ້​ການ​ເອົາ​ໃຈ​ໃສ່​ແລະ​ການ​ສະໜັບສະໜູນ​ຈາກ​ທ່ານ​ປະທານ​ຈູມ​ມະ​ລີ ໄຊຍະສອນ, ພາກສ່ວນ​ຕ່າງໆ​ຂອງ​ລັດຖະບານ​ລາວ​ກໍ່​ຄື​ປະຊາຊົນ​ລາວ​ຢ່າງ​ກວ້າງຂວາງ, CRI FM 93.0 MHz ໄດ້​​ເຕີບ​ໃຫຍ່ຂະຫຍາຍຕົວຂຶ້ນຢ່າງວ່ອງໄວ, ​ແລະ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ. ປີ 2011, ​ສຳນັກງານ​ຜູ້ຕາງໜ້າ CRI ປະຈຳ​ລາວ​ສ້າງ​ຕັ້ງຂຶ້ນ​, ເຮັດໃຫ້ CRI​ ເຂົ້າ​ຫາ​ສັງຄົມ​ລາວຢ່າງໃກ້ຊິດກວ່າເກົ່າ. ​ເນື່ອງ​ໃນໂອກາດ​​ຄົບຮອບ 7 ປີ​, CRI FM 93.0 MHz ໄດ້​ເພີ່ມ​​ເວລາ​ອອກ​ອາກາດຈາກ 12 ຊົ່ວໂມງເຄິ່ງ( 10:00-22:30)ມາ​ເປັນ 19 ຊົ່ວ​ໂມງ(5:00-24:00), ​ເຊິ່ງຈະ​ຖື​ການ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ​ເປັນຫຼັກ, ​ສະຫຼັບ​ສັບຊ້ອນດ້ວຍ​ສຽງ​ເພງ,​​ ເນັ້ນ​ໃສ່​ສີສັນ​ພິ​ເສດ​ຂອງ​ສັງຄົມ​ລາວ, ​​ແລະ​ມີ​ບົດບາດ​ຮັບ​ໃຊ້​ຜູ້​ຟັງຢ່າງ​ສຸດ​ໃຈ.
CRI FM 93.0 MHz ຈະ​ສືບ​ຕໍ່​ປະຕິບັດ​ຕາມ​ທິດ​ທາງ​ທີ່ວ່າ"ຍຶດໝັ້ນຫຼັກ​ໝັ້ນ​ຂອງ​ຈີນ, ມີສາຍຕາ​ກວ້າງໄກທົ່ວ​ໂລກ,​ ແລະມີນໍ້າໃຈໂອບອ້ອມອາລີ​ຂອງ​ມວນ​ມະນຸດ", ຈະຮ່ວມ​ມື​ກັບ​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ, ​ແລະ​ສື່​ມວນຊົນອື່ນໆ​ໃນ​ສັງຄົມ​ລາວ​ເປັນ​ຢ່າງ​ດີ,​ ​ພະຍາຍາມ​ຢ່າງ​ສຸດ​ອົກ​ສຸດ​ໃຈ​ ເພື່ອ​ເສີມ​ຂະຫຍາຍ​ໄມຕີຈິດ​ມິດຕະພາບ ​ແລະ​ ສົ່ງ​ເສີມ​ຄວາມ​ເຂົ້າ​​ອົກເຂົ້າໃຈ​ເຊິ່ງກັນ​ແລະ​ກັນ​ລະຫວ່າງສອງພັກ, ສອງລັດ ແລະ ​ປະຊາຊົນ​ສອງ​ຊາດ​ຈີນ​-ລາວ!