ການ​ຮ່ວມ​ມື​ດ້ານ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ລະຫວ່າງ​ຈີນ-​ໄທ​ມີ​ອະນາຄົດ​ອັນ​ສົດ​ໃສ

(GMT+08:00) 2013-10-28 16:51:35     cri

ວັນ​ທີ 25 ຕຸລາ​ນີ້, ບໍລິສັດ​ໃຫຍ່​ທາງ​ລົດ​ໄຟ​ຈີນ​ກ່າວ​ຢູ່​ນະຄອນຫຼວງບາງກອກ​ຂອງ​ໄທ​ວ່າ, ​ໃນ​ຖານະ​ທີ່​ເປັນ​ປະ​ເທດ​ທີ່​ມີ​ລະບົບ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຂະໜາດ​ໃຫຍ່​ທີ່​ສຸດ​ຂອງ​ໂລກ, ຈີນ​ຈະ​ດຳ​ເນີນ​ການຮ່ວມ​ມື​ກັບ​ໄທ​ໃນ​​ໂຄງການ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງດ້ວຍ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວໜ້າ​ທີ່​ສຸດ​ແລະ​ບົດຮຽນ​ທີ່​ດີ​ທີ່​ສຸດ, ​ເພື່ອ​ສ້າງ​ຄວາມສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ໄທ​ແລະ​ປະຊາຊົນ​ຂອງ​ພາກ​ພື້ນ​ນີ້.

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ​ໃນ​ໄລຍະ​ທີ່ທ່ານ ຫຼີ​ເຄີ້ສ໋ຽງ, ນາຍົກລັດຖະມົນຕີຈີນ​ໄປ​ຢ້ຽມຢາມ​ໄທ, ບໍລິສັດ​​ໃຫຍ່ທາງ​ລົດ​ໄຟຈີນ ​ໄດ້​ຈັດ​ງານ​ວາງສະ​ແດງ​ທາງ​ລົດ​ໄຟ​ຈີນ​ຢູ່​ນະຄອນຫຼວງບາງ ກອກ, ທ່ານຫຼີ​ເຄີ້ສ໋ຽງ ​ແລະ ທ່ານ​ນາງ​ຍິ່ງ​ລັກ ຊິນນະວັດ, ນາຍົກລັດຖະມົນຕີ​ໄທ​ໄດ້​​ໄປ​ຢ້ຽມ​ຊົມ​ໃນ​ງ​ານວາງສະ​ແດງ​ຄັ້ງນີ້, ຝ່າຍ​ຕ່າງໆ​ກໍ​ໄດ້​ໃຫ້​ຄວາມ​ສົນ​ໃຈ​ໃນ​ລະດັບ​ສູງ ​ແລະ ມີ​ສຽງ​ຕອບ​ຮັບ​ເປັນ​ຢ່າງ​ດີຕໍ່​ນາຍົກລັດຖະມົນຕີສອງປະ​ເທດ​ຈີນ-​ໄທ​ທີ່​​ໄດ້​ໄປ​ຢ້ຽມ​ຊົມ​ໃນ​ງານ​ວາງສະ​ແດງ​ດັ່ງກ່າວ.

ອີງ​ຕາມ​ແຜນການ​ກໍ່ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຂອງ​ກະຊວງ​ຄົມມະນາ​ຄົມຂົນ​ສົ່ງ​ຂອງ​ໄທ, ​ໄທ​ຈະ​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ 4 ​ເສັ້ນ​ໃຫ້ສຳ​ເລັດພາຍ​ໃນ 7 ປີຂ້າງໜ້ານີ້. ຮອດເວລານັ້ນ, ໄທຈະກາຍເປັນປະເທດທຳອິດ​ໃນອາຊຽນທີ່ມີທາງລົດໄຟຄວາມໄວສູງ. ໃນແຜນ ການກໍ່ສ້າງ, ມີທາງລົດໄຟຄວາມໄວສູງ 3 ເສັ້ນຈະຜ່ານ​ໄປຮອດມຽນມາ, ລາວ ແລະ ມະເລເຊຍ, ແລະຈະເຊື່ອມຕໍ່ນະຄອນຄຸນມິງຈີນ ແລະ ສິງກະໂປໃຫ້ເຂົ້າກັນອີກ.

ທ່ານໂຈ່ວລີ, ຫົວໜ້າພະແນກຄຸ້ມຄອງວິທະຍາສາດ-ເຕັກໂນໂລຊີ ບໍລິສັດ​ໃຫຍ່ທາງ ລົດ​ໄຟ​ຄວາມ​ໄວ​ສູງ​ຈີນ ກ່າວ​ວ່າ, ຄຽງ​ຄູ່​ກັບ​ການຈັດຕັ້ງປະຕິບັດ​ແຜນການ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ, ​ໄທ​ຈະ​ມີ​ຕາໜ່າງລະບົບທາງ​ລົດ​ໄຟ​ທີ່ທັນ​ສະ​ໄໝ ​ໂດຍ​ນະຄອນຫຼວງບາງກອກ​ເປັນ​​ໃຈກາງ​ແລະ​ຜ່ານ​ໄປ​ພາກ​ຕ່າງໆຂອງ​ທົ່ວ​ປະ​ເທດ ​ແລະ ຕິດ​ຕໍ່​ກັບປະ​ເທດ​ອ້ອມ​ຂ້າງ​ຂອງ​ໄທ, ນີ້​ຈະ​ເປັນ​ການຊຸກ​ຍູ້​ການ​ພັດທະນາ​ຂອງ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ, ຊຸກ​ຍູ້​ຄວາມ​ຈະ​ເລີ​ນຂອງ​ຂະ​ແໜງ​ການທ່ອງທ່ຽວ​ແລະ​ຂະ​ແໜງ​​ອະສັງຫາລິມະຊັບຕາມ​ສອງ​ຟາກ​ທາງ, ​ເພີ່ມ​ຕຳ​ແໜ່​ງການ​ປະກອບ​ອາຊີບ, ສ້າງ​ຄວາມສຸກ​ໃຫ້​ແກ່​ປະຊາຊົນ​ທ້ອງ​ຖິ່ນຫຼາຍຍິ່ງຂຶ້ນ.

​ເວົ້າສຳລັບ​ພາກ​ພື້ນ​ແລ້ວ, ທ່ານ​ໂຈ່​ວລີ, ຫົວໜ້າພະແນກຄຸ້ມຄອງວິທະຍາ ສາດ-ເຕັກໂນໂລຊີ ບໍລິສັດ​ໃຫຍ່ທາງລົດ​ໄຟ​ຄວາມ​ໄວ​ສູງ​ຈີນ ກ່າວ​ວ່າ, ​ໃນ​ຖານະ​ທີ່​ເປັນ​ປະ​ເທດ​ທີ່​ສຳຄັນ​ຂອງ​ພາກ​ພື້ນອາ​ຊຽນ, ​ໄທມີ​ຖານະ​ເປັນ​ຊຸມ​ທາງ​ຄົມມະນາຄົມ​ຂອງ​ພາກ​ພື້ນ​ອີກ. ການ​ກໍ່ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈະ​ເພີ່ມ​ທະວີ​ຖານະ​ໃຈກາງ​​ທາງ​ພູມ​ສາດ​ຂອງ​ໄທ, ຊຸກ​ຍູ້​ການ​ຄ້າ, ການທ່ອງທ່ຽວ ​ແລະ ການ​ແລກປ່ຽນ​ດ້ານວັດທະນະທຳ​-ສັງຄົມ​ລະຫວ່າງ​ປະ​ເທດ​ອ້ອມ​ຂ້າງ. ນອກ​ນີ້, ​ໂຄງການ​ທາງ​ລົດ​ໄຟ​ສາຍ​ອາຊີ​ທີ່ຝ່າຍ​ຕ່າງໆ​ພວມຮ່ວມ​ກັນ​ພະຍາຍາມ​ວາງ​ແຜນ​ກໍ່ສ້າງນັ້ນ ກໍ​ຈະ​ມີ​ຜົນ​ດີ​ຕໍ່​ການ​​ເພີ່ມ​ທະວີ​ການເຊື່ອມ​ຈອດ​ເຊິ່ງກັນ​ແລະ​ກັນ​ລະຫວ່າງ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ​ເລັ່ງລັດ​ການ​ຮ່ວມ​ມື​ແລະ​ພັດທະນາ​ເສດຖະກິດ​ຂອງ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງຕື່ມ​ອີກ.