ລັດຖະບານ​ໄທຈະເກັບພາສີເຂົ້າ​ເມືອງ​ນຳນັກທ່ອງທ່ຽວຕ່າງປະເທດ

(GMT+08:00) 2013-10-28 17:54:03     cri
ຕາມຂ່າວCRI: ສື່ມວນຊົນໄທລາຍງານໃນຫວ່າງມໍ່ໆນີ້ວ່າ, ລັດ​ຖະບານ​ໄທ​ມີ​​ແຜນ​ຈະ​ເກັບ​ພາສີ​ເຂົ້າ​​ເມືອງ​ນຳ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ນັບ​ແຕ່​ປີ2014ໜ້າ​ນີ້ເປັນ​ຕົ້ນ​ໄປ, ພ້ອມ​ກັນ​ນັ້ນ​ຍັງ​ມີ​ແຜນ​ຈະ​ຍົກ​ສູງ​ພາສີ​ສະໜາມບິນ​​ແຫ່ງ​ຕ່າງໆ​ຂອງ​ໄທຂຶ້ນ​ອີກ.

ທ່າ​ນສົມ​ສັກ ພູ​ລີ​ສີ​ສັກ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ທ່ອງ​ທ່ຽວ​ແລະ​ກິລາ​ໄທ​​ແນະນຳ​ວ່າ, ສາ​ເຫດ​ທີ່​ລັດຖະບານ​ໄທ​ມີ​ແຜນ​ຈະ​ປະຕິບັດ​ມາດ​ຕະການ​ນີ້, ຕົ້ນຕໍ​ແມ່ນ​ເພື່ອ​ເຮັດ​ໃຫ້​ລາຍ​ຮັບ​ແລະ​ລາຍ​ຈ່າຍ​ຂອງ​ລັດຖະບານ​ມີ​ຄວາມ​ດຸ່ນດ່ຽງ​ກັນ.

ຂະ​ແໜງ​ການທ່ອງທ່ຽວ​ໄທ​ສະ​ແດງ​ຄວາມເປັນ​ຫ່ວງ​ນຳ​ມາດ​ຕະການ​ນີ້. ທ່ານ​ສິດ​ດີ​ວັດຊະລະ ຊີວະ​ລັດຕະນະ​ພອນ, ປະທານ​ສະມາຄົມ​ອົງການ​ທ່ອງ​ທ່ຽວ​​ໄທ​ກ່າວ​ວ່າ, ການ​ເກັບ​ພາສີ​ເຂົ້າ​​ເມືອງ​ຂອງ​ໄທ​ຈະ​​ເຮັດ​ໃຫ້​ຄ່າ​ໃຊ້​ຈ່າຍ​ຂອງ​ນັກ​ທ່ອງ​ທ່ຽວ​ເພີ່ມ​ຂຶ້ນ​ຢ່າງ​ແນ່ນອນ. ທ່ານ​​ເຫັນ​ວ່າ, ຖ້າວ່າ​ມາດ​ຕະການ​ນີ້​ໄດ້​ຮັບ​ການ​ປະຕິບັດ​ແລ້ວ, ຈະ​​ເປັນ​ການທຳລາຍ​ພາບ​ພົດ​ອັນ​ດີງາມ​ຂອງ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ທີ່​ມີ​ຕໍ່​ປະ​ເທດ​ໄທ, ​ເຊິ່ງຈະ​ເຮັດ​ໃຫ້​ຈຳນວນ​ນັກ​ທ່ອງທ່ຽວ​ຕ່າງປະ​ເທດ​ໄປ​ທ່ຽວ​​ໄທ​ຫຼຸດໜ້ອຍລົງ. ທ່ານ​ເຫັນ​ວ່າ​ລັດຖະບານ​ຄວນ​ພິຈາລະນາ​ຢ່າງ​ມີ​ຄວາມ​ລະມັດລະວັງ​ຕໍ່ການ​ປະຕິບັດ​ມາດ​ຕະການ​ນີ້​. ຖ້າວ່າ​ປະ​ຕິ​ບັດ​​ແທ້​, ລັດຖະບານ​ໄທ​ຄວນ​​ເປີດ​ເຜີຍ​ຊ່ອງ​ທາງ​ການ​ນຳ​ໃຊ້​ລາຍ​ຮັບ​ຈາກ​ພາສີ​ປະ​ເພດນີ້, ​ແລະ​ຍົກ​ສູງ​ລະດັບ​ການ​ບໍລິການ​ດ້ານ​ການທ່ອງທ່ຽວ​​ຢ່າງຮອບ​ດ້ານ.