ຄະນະ​ມົນຕີ​ສິດທິ​ມະນຸດ​ອົງການ​ສະຫະ​ປະຊາ​ຊາດຮັບ​ຜ່ານ​ບົດ​ລາຍ​ງານ​ການ​ຮັບ​ການ​ກວດກາຂອງ​ຈີນ

(GMT+08:00) 2013-10-28 18:00:34     cri
ຕາມ​ຂ່າວCRI: ວັນ​ທີ28ຕຸລາ​ນີ້, ທ່ານ​ນາງ​ຮວ້າຊຸນ​ຢິງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ວ່າ, ໜ່ວຍ​ງານກວດກາສິດທິ​ມະນຸດ​ຕາມ​ແຕ່ລະປະ​ເທດຂອງ​ຄະນະ​ມົນຕີ​ສິດທິ​ມະນຸດ​ອົງການ​ສະຫະ​ປະຊາຊດ​ໄດ້​ຮັບ​ຜ່ານ​ບົດ​ລາຍ​ງານ​​ຮັບການ​ກວດກາ​ຂອງ​ຈີນ​ຢ່າງ​ສະດວກ.

ທ່ານ​ນາງ​ຮວ້າຊຸນ​ຢິງກ່າວ​ວ່າ, ວັນ​ທີ25ຕຸລາ​ນີ້, ໜ່ວຍ​ງານ​ກວດກາສິດທິ​ມະນຸດ​ຕາມ​ແຕ່ລະ​ປະ​ເທດ​ຂອງຄະນະ​ມົນຕີ​ສິດທິ​ມະນຸດ​ອົງການ​ສະ​ຫະປະຊາ​ຊາດ​ໄດ້​ຮັບ​ຜ່ານ​ບົດ​ລາຍ​ງານ​ຮັບ​ການ​ກວດກາ​ຂອງ​ຈີນ. ບົດ​ລາຍ​ງານມີ​ທັດສະນະ​ຢ່າງ​ຕັ້ງໜ້າ​ໄດ້​ສະ​ແດງ​ສະພາບ​ການ​ກວດກາຕໍ່​ຈີນ​ຂອງ​ຄະນະ​ມົນຕີ​ສິດທິ​ມະນຸດ​ຢ່າງ​ພາວະ​ວິ​ໄສ​ແລະ​ດຸ່ນດ່ຽງ. ຫຼັງຈາກ​ການ​ກວດກາສຳ​ເລັດ​ລົງ, ຜູ້ຕາງ​ໜ້າຂອງ​ຫຼາຍ​ປະ​ເທດ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີນ​ຕໍ່​ຈີນ.