ຈີນສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ລັດຖະບານ​ຊີຣີທີ່​ໄດ້​ສະ​ເໜີ​ແຜນການປະ​ກາດ​ແລະ​ທຳລາຍອາວຸດ​ເຄມີ​ເບື້ອງ​ຕົ້ນ

(GMT+08:00) 2013-10-28 18:03:40     cri
ຕາມ​ຂ່າວCRI: ວັນ​ທີ28ຕຸລາ​ນີ້, ທ່ານ​ນາງ​ຮວ້າຊຸນ​ຢິງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ວ່າ, ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ລັດຖະບານ​ຊີຣີທີ່​ໄດ້​ສະ​ເໜີ​ແຜນການ​ປະກາດ​​ແລະ​ທຳລາຍ​ອາວຸດ​ເຄມີ​ເບື້ອງ​ຕົ້ນ​ໃຫ້​ອົງການ​ເກືອດຫ້າມ​ອາວຸດ​ເຄມີ, ພ້ອມ​ກັນ​ນັ້ນ​ກໍຈະ​ຕັ້ງໜ້າ​ເຂົ້າ​ຮ່ວມ​ວຽກ​​ການກວດກາ​ການ​ທຳລາຍ​ອາວຸດ​ເຄມີ​​ຊີຣີຂອງ​ອົງການ​ເກືອດ​ຫ້າມ​ອາວຸດ​ເຄມີ​ນຳ​ອີກ.