ບົດ​ລາຍ​ງານ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ຊາວ​ອົບ​ພະຍົບຊີຣີທີ່​ໄປລີ​ບັງມີຫລາຍ​ກວ່າ 8 ​ແສນ​ຄົນ

(GMT+08:00) 2013-10-28 15:57:47     cri

ວັນ​ທີ 27 ຕຸລາ​ນີ້, ສໍານັກງານ​ຂ້າ​ຫລວງ​ໃຫຍ່​ເພື່ອຊາວ​ອົບ​ພະຍົບ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ຢູ່​ນະຄອນ​ຫລວງເບຣຸດຂອງລີ​ບັງ ວ່າ ມາ​ຮອດ​ປັດ​ຈຸ​ບັນ​ນີ້ ຊາວ​ອົບ​ພະຍົບຊີຣີທີ່​ໜີໄປລີ​ບັງມີຫລາຍ​ກວ່າ 8 ​ແສນ​ຄົນ.

ບົດ​ລາຍ​ງານ​ກ່າວ​ວ່າ, ​ໃນ​ຊາວ​ອົບ​ພະຍົບຊີຣີ​ເຫລົ່າ​ນີ້, ມີ​ປະມານ 7 ​ແສນ​ຄົນ​ໄດ້​ລົງທະບຽນ​ຢູ່ອົງການ​ສະຫະ​ປະຊາ​ຊາດ​ເພື່ອຊາວ​ອົບ​ພະຍົບ ​ແລະ​ຍັງມີ​ປະມານ 9 ໝື່ນ​ຄົນ​ກໍ​າລັງ​ລໍຖ້າ​ການ​ລົງທະບຽນຢູ່. ​ພວກ​ເຂົາ​ກໍ​າລັງ​ໄດ້​ຮັບ​ການ​ປົກ​ປ້ອງແລະ​ໄດ້​ຮັບ​ການ​ຊ່ວຍ​ເຫລື​ອຈາກ​ລັດຖະບານ​ລີ​ບັງ​ແລ​ະອົງການສາກົນ​ທີ່​ກ່ຽວຂ້ອງ​ເຊັ່ນ​ອົງການ​ສະຫະ​ປະຊາ​ຊາດ​​ແລະ​ອື່ນໆ.

ວັນ​ທີ 18 ຕຸລາ​ນີ້, ຢູ່ ນະຄອນ​ຫລວງເບຣຸດ, ທ່ານ​ມິ​ເຊ​ນ ສຸ​ໄລ​ມານ, ປະທາ​ນາ​ທິ​ບໍ​ດີ​ລີ​ບັງ​​ໄດ້ຮຽກຮ້ອງ​ໃຫ້​ປະຊາ​ຄົ​ມ​ໂລກຈົ່ງ​​ໃຫ້ການ​ຊ່ວຍ​​ເຫລື​ອທີ່​ຫລາຍ​ກວ່າ​​ເກົ່າ​ແກ່​ລີ​ບັງ​​​ເພື່ອ​ຊ່ວຍ​ເຫລືອ​ຊາວ​ອົບ​ພະຍົບຊີຣີ. ທ່ານ​ຊີ້​ອອກ​ວ່າ, ປະຊາ​ຄົມ​ໂລກ​ຍັງ​ບໍ່​ທັນ​ໄດ້​ຮັບຜິດຊອບ​ດ້ານ​ການ​ເງິນຢ່າ​ງພຽງພໍ​ໃນ​ການຊ່ວຍ​ເຫລືອ​ຊາວ​ອົບ​ພະຍົບຊີຣີ, ການ​ຮັບຜິ​ດຊອບ​ການຈັດ​ສັນຊາວ​ອົບ​ພະຍົບຊີຣີຍັງ​ເປັນ​ພຽງ​ຮູບ​ການ​ເທົ່າ​ນັ້ນ.