ນາຍົກລັດຖະມົນຕີຍີ່ປຸ່ນ​ກ່າວ​ອີກ​ວ່າ ຈະ​ຊຸກຍູ້​ການຄົ້ນ​ຄວ້າພິຈາລະນາ​ການ​ປະຕິບັດສິດປ້ອງ​ກັນຕົນ​ເອງ​ລວມໝູ່

(GMT+08:00) 2013-10-28 16:04:34     cri

ວັນ​ທີ 27 ຕຸລາ​ນີ້, ​ໃນ​ເວລາ​ເຂົ້າ​ຮ່ວມ​ພິທີ​ສວນ​ວະ​ໜາມ​ກອງ​​ປ້ອງ​ກັນຕົນ​ເອງ​ທາງບົກ​ຍີ່ປຸ່ນ, ທ່ານ​ຊິນ​ໂຈ ອາ​ເບະ, ນາຍົກລັດຖະມົນຕີຍີ່ປຸ່ນ ກ່າວ​ວ່າ, ຕ້ອງ​ຊຸກຍູ້​ການຄົ້ນ​ຄວ້າພິຈາລະນາກົດໝາຍ​ຮັບປະກັນ​ຄວາມ​ປອດ​ໄພ​​ເຊິ່ງລວມທັງສິດ​​ປ້ອງກັນ​ຕົນ​ເອງ​ລວມໝູ່, ການ​ຮັບປ​ະກັນ​ຄວາມ​ປອດ​ໄພ​ລວມໝູ່ ​ແລະ​ອື່ນໆ ​ແລະ​ຮ່ວມ​ນກັນ​​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ປ້​​ອງກັນຊາ​ກັບປະ​ເທດ​ທີ່​ມີຄ່າ​ນິຍົມ​ຮ່ວມ​ກັນ.

ຕໍ່ກໍລະນີ​ທີ່​ຍີ່ປຸ່ນ​​ໄດ້​ປະກາດ​ວ່າຈະວາງ​ກົວ​ໝາຍ​​ເພື່ອປະຕິບັດສິດ​ປ້ອງ​ກັນຕົນ​ເອງ​ລວມໝູ່​ເປັນ​ຫລາຍ​ຄັ້ງ, ທ່ານ​ຫົງ​ເຫລີ​ຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ເຄີຍກ່າວ​ວ່າ, ຫວັງ​ວ່າ​ຝ່າຍ​ຍີ່ປຸ່ນ​ຈະຖື​ປະຫວັດສາດ​ເປັນ​ແວ່ນ​ແຍງ, ​ເຄົາ​ລົບ​ນັບຖື​ຄວາມ​​ເປັນ​ຫ່ວງຂອງ​ປະ​ເທດ​​ໃນພາກ​ພື້ນ​ນີ້, ​ກະທໍາ​​ໃນ​ສິ່ງທີ່​ມີ​ຜົນ​ດີ​ຕໍ່​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ນີ້​ໃຫ້ຫລາຍ​ກວ່າ​ເກົ່າ, ຍຸດຕິ​ການ​ສ້າງ​ແລະ​ສົ່ງ​ເສີມ​ການ​ເປັນ​ປໍລະ​ປັກຕໍ່​ກັນ ​ແລະ​ການ​ສ້າ​ງຂໍ້​ອ້າງ​ໃຫ້​ແກ່​ການ​ເພີ່ມ​ກໍາລັງ​ທະຫານ​ແລະ​ປັບປຸງ​ຍຸດ​ທະ​ສາດ​ດ້ານ​ການ​ທະຫານຂອງ​ຕົນ.