ຊີຣີຍື່ນ​ບັນຊີ​ລາຍການ​ອາວຸດ​ເຄມີທີ່​ຈະ​ທໍາລາຍ​ໃຫ້​​ແກ່​ອົງການ​ເກືອດ​ຫ້າມ​ອາວຸດ​ເຄມີ​ແລ້ວ

(GMT+08:00) 2013-10-28 16:12:26     cri

ວັນ​ທີ 27 ຕຸລາ​ນີ້, ​ອົງການ​ເກືອດ​ຫ້າມ​ອາວຸດ​ເຄມີທີ່​ມີ​ສໍານັກງານ​ໃຫຍ່​ຢູ່​ນະ​ຄອນລາ​ໄຮ ​ປະ​ເທດໂຮ​ນລັງ ​ເປີດ​ເຜີຍ​ວ່າ, ວັນ​ທີ 24 ຕຸລາ​ນີ້, ຊີຣີ​ໄດ້ຍື່ນບັນຊີ​ລາຍການ​ອາວຸດ​ເຄມີທີ່​ຈະ​ຖືກ​ທໍາລາຍ​ສະບັບ​ທໍາ​ອິດ​​ໃຫ້ແກ່​ອົງການ​ເກືອດ​ຫ້າມ​ອາວຸດ​ເຄມີ​ແລ້ວ. ​ບັນຊີ​ລາຍການ​ສະບັບ​ນີ້​ລວມມີ​ສອງ​ພາກ​ສ່ວນ ຄື ພາກສ່ວນ​ທີ​ໜຶ່ງ​ແມ່​ນສະພາບ​ອາວຸດ​ເຄມີຂອງຊີຣີ​ໃນ​ປັດຈຸບັນ, ພາກສ່ວນ​ທີສອງ​ແມ່ນ​​ແຜນການ​ທໍາລາຍອາວຸດ​ເຄມີ​ເຫລົ່ານ​ນີ້​ແລະ​ອຸປະກອນ​ທີ່​ກ່ຽວຂ້ອງ. ​​ບັນຊີ​ລາຍການ​ສະບັບ​ນີ້​ໄດ້​ມີ​ການ​ມອບ​ກ່ອນ​ກໍານົດ 3 ມື້​ເຊິ່ງ​ເປັນເວລາ​ກໍານົດ​ຂອງອົງການ​ເກືອດ​ຫ້າມ​ອາວຸດ​ເຄມີກໍານົດ​ໃຫ້, ​ນີ້​ຈະເປັນ​ພື້ນຖານ​ໃຫ້​ແກ່​ການ​ທໍາລາຍອາວຸດ​ເຄມີຂອງຊີຣີ​ແລະ​ອຸປະກອນ​ທີ່​ກ່ຽວຂ້ອງ​ຢ່າງ​ເປັນ​ລະບົບ, ທົ່ວ​ເຖິ່ງ​ແລະ​ແທ້ຈິງ.

ຕາມ​ມະຕິ​ທີ່​ກ່ຽວ​ຂ້ອງ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ, ການ​ທໍາລາຍ ອາວຸດ​ເຄມີຂອງຊີຣີ​ແບ່ງ​ເປັນສ​​ອງຂັ້ນ​ຕອນ ຄື ຂັ້ນ​ຕອນ​ທີ​ໜຶ່ງ, ທໍາລາຍ​ອຸປະກອນ​ຜະລິດອາວຸດ​ເຄມີກ່ອນ​ວັນ​ທີ 1 ​ພະຈິກ​ປີ​ນີ້, ຂັ້ນ​ຕອນ​ທີ​ສອງ, ​ແມ່ນ​ການທໍາລາຍອາວຸດ​ເຄມີຂອງຊີຣີທັງ​ໝົດ​ກ່ອນ​ວັນ​ທີ 30 ມິຖຸນາ​ ປີ 2014.

ນອກຈາກ​ຖະ​ແຫລ​ງການ​ດັ່ງກ່າວ​ແລ້ວ, ອົງການ​ເກືອດ​ຫ້າມ​ອາວຸດ​ເຄມີຍັງ​ບໍ່​ໄດ້​ມີ​ການ​ຕີ​ລາຄາ​ດ້ານ​ອື່ນເທື່ອ. ​ເບິ່ງ​ລວມ​ແລ້ວ, ​ໃນ​ບັນຫາທໍາລາຍອາວຸດ​ເຄມີຂອງ​ຊີຣີ, ອົງການ​ເກືອດ​ຫ້າມ​ອາວຸດ​ເຄມີມີ​ຄວາມ​ພໍ​ໃຈ​ສົມຄວນຕໍ່​ເຈົ້າ​ໜ້າ​ທີ່​ຊີຣີທີ່​ໄດ້​ໃຫ້ການ​ຮ່ວມ​ມື​ເປັນ​ຢ່າງ​ດີ.