​ໂທລະສັບມື​ຖື​ຂອງ​ນາຍົກລັດຖະມົນຕີ​ເຢຍລະ​ມັນ​ຖືກ​ອາ​ເມ​ລິ​ກາ​ຕິດຕາມລັກ​ຟັງ​ເປັນ​ເວລາ 10 ກວ່າ​ປີ ​ແຕ່​ທ່ານ​​ໂອ​ບາ​ມາທໍາທ່າບໍ່​ຮູ້ຈັກ​ເລື່ອງ​ນີ້

(GMT+08:00) 2013-10-28 16:39:41     cri

ກໍລະນີໂທລະສັບມື​ຖື​ຂອງ​ທ່ານ​ນາງ​ແອ​ງ​ເຈີ​ລາ ​ເມີ​ເຄ, ນາຍົກລັດຖະມົນຕີ​ເຢຍລະ​ມັນຖືກ​ອົງການ​ຂ່າວລັບ​ຂອງອາ​ເມ​ລິ​ກາ​ຕິດຕາມລັກ​ຟັງສືບ​ຕໍ່​ມີ​ຂ່າວ​ໃໝ່ອີກ. ບົດ​ລາຍ​ງານ​ຂ່າວ​ຫລ້າ​ສຸດ​ຂອງ​ສື່​ມວນ​ຊົນເຢຍລະ​ມັນ​ແຈ້ງ​ວ່າ, ອົງການ​ຂ່າວລັບ​ຂອງອາ​ເມ​ລິ​ກາ​ໄດ້​ຕິດຕາມ​ລັກຟັງໂທລະສັບມື​ຖື​ຂອງ​ນາງ​ເມີ​ເຄ​ເປັນ​ເວລາ 10 ກວ່າ​ປີມາ​ແລ້ວ, ສ່ວນ​ທ່ານບາຣັກ ​​ໂອ​ບາ​ມາ, ປະທານາທິບໍດີອາ​ເມ​ລິ​ກາກໍ​ໄດ້​ຮູ້ຈັກ​ເລື່ອງ​ນີ້​ຢ່າງ​ໜ້ອຍ​ນັບ​ແຕ່​ປີ 2010, ​ແຕ່​ຫາກທໍາທ່າ​​ເສີຍ​ຕໍ່ເລື່ອງ​ນີ້.

ວັນ​ທີ 23 ຕຸລາ​ນີ້, ນາງເມີ​ເຄນ​ເຄີຍ​ໂທ​ໄປ​ຫາ​ທ່ານໂອ​ບາ​ມາ, ປະທານາທິບໍດີອາ​ເມ​ລິ​ກາ​ ​ເພື່ອ​ຊັກ​ຖາມ​ທ່ານໂອ​ບາ​ມາກ່ຽວ​ກັບ​ເລື່ອງ​ທີ່ມື​ຖື​ຂອງຕົນ​ຖືກຕິດຕາມລັກ​ຟັງ​ ​ແລ​ະກ່າວປະ​ທ້ວງ​ຕໍ່​ການ​ກະທໍາ​​ແບບນີ້. ​ໃນ​​ເວລາ​ນັ້ນ, ທ່ານ​​ໂອ​ບາ​ມາກໍ​ຕອບ​ນາງເມີ​ເຄນວ່າ, ທ່ານ​ບໍ່​ຮູ້ຈັກ​ເລື່ອງ​ນີ້, ຖ້າວ່າ​ຕົນ​ເອງ​ຮູ້ຈັກມາ​ກ່ອນ, ກໍ​ໃຫ້​ກົມຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ອາ​ເມ​ລິ​ກາ​ ຫລື NSA ຍຸດຕິ​ການລັກ​​ຟັງ​ໃນ​ທັນ​ທີ່. ​​ແຕ່​ວາ​ລະ​ສານ Der Spiegel ຂອງ​ເຢຍລະ​ມັນແຈ້ງ​ຂ່າວ​ຫລ້າ​ສຸດ​ວ່າ, ອາ​ເມ​ລິ​ກາ​ໄດ້​ເລີ່​ມຕິດຕາມ​ລັກ​ຟັງນາງເມີ​ເຄ​ໃນ​ປີ 2002 ​ແລະ​​ໄດ້ຕິດຕາມລັກ​ຟັງ​ເປັນ​ເວລາ 11 ປີມາ​ແລ້ວ, ​ເອກະສານ​ລັບ​ສະບັບໜຶ່ງ​ຂອງ NSA ຊີ້​ໃຫ​ເຫັນ​ວ່າ, ທ່ານໂອ​ບາ​ມາ​ແມ່ນ​ຮູ້ຈັກ​ເລື່ອງນີ້ດີ, ຍິ່ງ​ໄປ​ກວ່າ​ນັ້ນ, ກ່ອນ​ທ່ານ​ໂອ​ບາ​ມາ​ຈະເດີນທາງ​ໄປ​ຢ້ຽມຢາມ​ເຢຍລະ​ມັນ, ກໍ​ໄດ້​ມີ​ການ​ລັກ​ຟັງ​ມາ​​ກ່ອນແລ້ວ.

ການ​ກະທໍາ​ທີ່​ບໍ່​ດີ​ຂ​ອງອາເມລິ​ກາ​ໃນ​ບັນຫາ​ຕິດຕາມລັກ​ຟັງບໍ່​ແມ່ນມີພ​ຽງແຕ່​ເລື່ອງ​ນີ້​ເທົ່າ​ນັ້ນ. ວັນ​ທີ 26 ຕຸລາ​ນີ້, ຜູ້​ຊ່ຽວຊານ​ສະ​ເພາະ​ດ່າ​ນ​ຂອງ​ຍີ່ປຸ່ນ​ຫລາຍ​ທ່ານເປີດ​ເຜີ​ຍ​ໃຫ້​ຮູ້​ວ່າ, ​ປ​ະມານ​ປີ 2011, NSA ທີ່​ເປັນ​ອົງການ​ຂ່າວ​ລັບ​ຂອງ​ອາ​ເມ​ລິ​ກາ​ເຄີຍ​ສະ​ເໜີ​ກັບລັດຖະບານ​ຍີ່ປຸ່ນ​ວ່າ, ຫວັງ​ວ່າ​ຍີ່ປຸ່ນ​ຈະ​ໃຫ້ການ​ປະສານ​ສົມທົບໃນ​ການຕິດຕາມລັກ​​​​ຟັງ​ຂໍ້​ມູນຂ່າວສານ​ຂອງ​ບຸກຄົນ​ທີ່​ນໍາ​ໃຊ້​ສາຍ​ໄຍ​ແກ້ວ ​ເຊັ່ນ​ອີ​​ແມ​ວ​ແລະ​​ໂທລະສັບ. ​ແຕ່ຍີ່ປຸ່ນ​ໄດ້​ປະຕິ​ເສດ​ການຂໍຮ້ອງ​ນີ້​ດ້ວຍຂໍ້​ອ້າງ​ທີ່​ວ່າ​ມີ​ການ​ຈໍາກັດ​ດ້ານ​ກົດ​ໝາຍ​ແລະ​ບຸກຄະລາ​ກອນ​ດ້ານ​ຂ່າວ​ລັບ​ບໍ່​ພຽງພໍ.