ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ(CRI)

(GMT+08:00) 2013-10-31 11:07:19     cri
ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ ຫຼື ​China Radio International (CRI) ສ້າງ​ຕັ້ງ​ຂຶ້ນ​ເປັນ​ເວລາ 72 ປີ​ແລ້ວ, ​ເປັນ​ວິທະຍຸ​ລະດັບ​ຊາດ​ແຫ່ງ​ດຽວ​ຂອງ​ຈີນ​ທີ່​ກະຈາຍສຽງ​ຕໍ່​ທົ່ວ​ໂລກ, ປະຈຸ​ບັນ,​ CRI ພວມ​ພັດທະນາ​ເປັນ​ກຸ່ມ​ສື່​ສານ​ສາກົນ​ທັນ​ສະ​ໄໝ​ທີ່​ມີ​ສື່​ໜັງສືພິມວາລະ​ສານ,​ ວິທະຍຸ,​​ ເວັນ​ໄຊ​ ແລະ​ໂທລະພາບ.

ປະຈຸ​ບັນ,​ ​CRI​ ສຳນັກຂ່າວສານໃຫຍ່ 8 ​ແຫ່ງປະຈຳ​ຢູ່ 5 ທະວີບ​ໃນ​ໂລກ, ​ແລະມີ​ສຳນັກ​ຂ່າວປະຈຳ​ຕ່າງປະ​ເທດ ​30 ກວ່າ​ແຫ່ງ​​​, ຄື້ນວິທະຍຸ​ 92 ​ແຫ່ງ,​​ ແລະ​ໄດ້​ຕັ້ງ​ສຳນັກ​ຂ່າວ​ຢູ່​ບັນດາແຂວງ, ກຳ​ແພງ​ນະຄອນ, ​ເຂດ​ປົກຄອງ​ຕົນ​ເອງ, ພ້ອມ​ທັງ​ຮົງ​ກົງ​ແລະມາ​ກາວ​ຂອງ​ຈີນ,​​ ແຕ່​ລະ​ມື້​​ໃຊ້ 60 ກວ່າ​ພາສາ​ ລາຍ​ງານຕໍ່​ປະ​ເທດ​ແລະ​ເຂດ​ແຄວ້ນ​ຕ່າງໆ​ໃນໂລກ.

CRI FM 93.0​​ MHz ເລີ່​ມອອກ​ອາກາດ​ໃນ​ວັນ​ທີ 19 ພະຈິກ 2006.​ ທ່ານ​ຫູ​ຈິນທ່າວ, ປະທານ​ປະ​ເທດ​ຈີນ​ໃນ​ຍາມ​ນັ້ນ​ ​ແລະ ​ທ່ານ​ຈູມ​ມາ​ລີ ​ໄຊ​ຍະ​ສອນ, ປະທານ​ປະ​ເທດ​ລາວ​ໄດ້​ໃຫ້​ກຽດເຂົ້າ​ຮ່ວມ​ພິທີ​ ​ແລະ​ ຮ່ວມ​ກັນກົດ​ປຸ່ມ​ອອກ​ອາກາດ​ໃຫ້​ແກ່ CRI FM 93.0​​ MHz. ​ເດືອນ​ກັນຍາ​ 2009,​ ທ່ານ​ປະທານ​ຈູມ​ມາ​ລີ ​ໄຊ​ຍະ​ສອນ​ກ່າວ​ວ່າ,​ ລັດຖະບານ​ລາວ​ໄດ້​ຖື​ເອົາ CRI​ ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ສື່ມວນ​ຊົນ​ລາວ. ​​ແລະເດືອນ​ກັນຍາ​ 2011, ​ທ່ານ​ປະທານ​ຈູມ​ມາ​ລີ​ ​ໄຊ​ຍະ​ສອນ ຍັງໄດ້​ນຳພາ​ຄະນະຜູ້ແທນຂັ້ນສູງຂອງລັດຖະບານ​ໄປ​ຢ້ຽມຢາມ​ສຳນັກງານ​ໃຫຍ່​ CRI ​ທີ່ນະຄອນຫຼວງ​ປັກ​ກິ່ງ,​​​ ແລະ​ເຂົ້າ​ຮ່ວມ​ພິທີ​​​ສະຫຼອງCRI FM 93 MHz ຄົບຮອບ 5 ປີ.

​ເດືອນ​ຕຸລາ 2011,​​ CRIປະຈຳ​ລາວ​ ໄດ້​ເປີດ​ສຳນັກງານ​ຜູ້ຕາງໜ້າ​ຢູ່​ນະຄອນຫຼວງ​ວຽງ​ຈັນ​ຢ່າງ​ເປັນ​ທາງ​ການ. ປະຈຸ​ບັນ,​ CRIປະຈຳ​ລາວ ​ມີ​ທັງ ຄື້ນວິທະຍຸ ( FM 93.0 MHz, ອອກ​ອາກາດ 19 ຊົ່ວ​ໂມງ​ຕໍ່​ວັນ ), ​ເວັບ​ໄຊ​ພາສາ​ລາວ(​​ເປັນເວັບ​ໄຊ​ພາສາ​ລາວ​​ແຫ່ງທຳ​ອິດ​ທີ່​ອັບ​ເດັດ​ທຸກ​ມື້ໃນ​ໂລກ), ວາລະ​ສານ ພາ​ເພີນ(​ເປັນວາລະສານ​ລາຍ​ເດືອນ​ທີ່​ມີ​ພາສາ​ຈີນ​ແລະ​ພາສາ​ລາວ,​ ພິມ​ຈຳໜ່າຍ 10.000 ​ສະບັບ​ຕໍ່​ເດືອນ, ​​ ​ຈຳ​ໜ່າຍ​ຢູ່​ທົ່ວ​ປະ​ເທດ​ລາວ ແລະບາງ​ເຂດ​ແຂວງ​ຂອງ​ຈີນ),​​ ເຊິ່ງ​ໄດ້​ຮັບ​ຄວາມ​ນິຍົມ​ຫຼາຍ​ຢູ່​ທັງ​ສອງ​ປະ​ເທດ​ຈີນ​-ລາວ.