ລັດຖະສະພາ​ອາ​ເມ​ລິ​ກາ​ຈະ​ກວດກາ​ໂຄງການ​ຕິດຕາມ​ຂ່າວ​ລັບ​ທຸກ​ໂຄງການ

(GMT+08:00) 2013-10-29 17:54:39     cri

ວັນ​ທີ 28 ຕຸລາ​ນີ້, ນາງ​​ເດຍ​ເນ ​ເຟນສະ​ເຕນ, ປະທານ​ຄະນະ​ກຳມະການ​ຂ່າວ​ລັບພິ​ເສດ ສະພາ​ສູງ​ອາ​ເມ​ລິ​ກາ ກ່າວ​ວ່າ: ນາງ​ເອງ​ຄັດຄ້ານ​ອົງການ​ຂ່າວ​ລັບ​ອາ​ເມ​ລິ​ກາ​ຕິດຕາມ​ລັກ​ຟັງ​ຜູ້ນຳ​ຂອງ​ປະ​ເທດ​ພັນທະ​ມິດ, ລັດຖະສະພາຈະ​ກວດກາ​ໂຄງການ​ຕິດຕາມ​ຂ່າວ​ລັບ​ທຸກ​ໂຄງການ.

​ໃນ​ມື້​ດຽວ​ກັນ, ນາງ​ເຟນສະ​ເຕນ ​ໄດ້​ອອກ​ຖະ​ແຫຼງການ ​ໂດຍ​ກ່າວ​ວ່າ: ນາງ​ຄັດຄ້ານ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ກົມຄວາມ​ປອດ​ໄພ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ຫຼື NSA ຕິດຕາມ​ລັກ​ຟັງ​ຜູ້ນຳ​ຂອງ​ປະ​ເທດ​ພັນທະ​ມິດ​ອາ​ເມ​ລິ​ກາ ​ເຊັ່ນ ຝຣັ່ງ, ​ແອສປາຍ, ​ເມັກ​ຊິກ ​ແລະ​ເຢຍລະ​ມັນ​ເປັນຕົ້ນ. ນາງ ກ່າວ​ວ່າ: ທຳນຽບຂາວ​ໄດ້​ກ່າວ​ຕໍ່​ນາງ​​ເອງວ່າຈະ​ບໍ່​ສືບ​ຕໍ່​ວຽກ​ງານ​ເກັບ​ກຳ​ຂ່າວ​ລັບ​ທີ່ແນ​ໃສ່ພັນທະ​ມິດ​ຂອງ​ອາ​ເມ​ລິ​ກາ​ອີກ, ນາງສະ​ແດງ​ການ​ສະໜັບສະໜູນຕໍ່​ເລື່ອງ​ນີ້.

ຫວ່າງ​ມໍ່ໆ​ມາ​ນີ້, ສື່​ມວນ​ຊົນ​ຂອງ​ປະ​ເທດ​ເອີຣົບ ​ໄດ້​ເປີດ​ເຜີຍ​ວ່າ, ອົງການ​ຂ່າວ​ລັບ​ອາ​ເມ​ລິ​ກາ​ໄດ້​ຕິດຕາມ​ລັກ​ຟັງ​​ໂທລະສັບ​ມື​ຖື​ຂອງທ່ານ​ນາງ​​ແອ​ງ​ເຈີ​ລາ ​ເມີ​ເຄວ, ນາຍົກລັດຖະມົນຕີ​ເຢຍລະ​ມັນ ມາ​ເປັນ​ເວລາ​ຍາວ​ນານ, ​ແລະ​ຕິດຕາມ​ລັກ​ຟັງ​ໂທລະສັບ​ຂອງ​ພົນລະ​ເມືອງ​ຝຣັ່ງ ​ແລະ ​ແອ​ສປາຍ​ໃນ​ບໍລິ​ເວນ​ກວ້າງຂວາງ. ລັດຖະບານ​ຂອງເຢຍລະ​ມັນ, ຝຣັ່ງ ​ແລະ​ປະ​ເທດ​ອື່ນໆ ​ໄດ້ຮຽກຮ້ອງ​ໃຫ້​ລັດຖະບານ​ໂອ​ບາ​ມາ​ໃຫ້​ການ​ອະທິບາຍ​ຕໍ່​ການ​ຕິດຕາມ​ລັກ​ຟັງ​ຂອງ​ອົງການ​ຂ່າວ​ລັບ​ອາ​ເມ​ລິ​ກາ.

ໜັງສືພິມ​​ "ເອ ມູນ​ໂດ" ຂອງ​ແອ​ສປາຍ​ສະບັບອອກ​ວັນ​ທີ 28 ຕຸລາ ລາຍ​ງານ​ວ່າ, ອີງ​ຕາມ​ເອກະສານ​ທີ່​ທ້າວ​ແອດ​ວາດ ສະ​ໂນ​ແດນ, ຜູ້​ເປີດ​ເຜີຍ​ໂຄງການ​ຕິດຕາມ​ລັກ​ຟັງ​ຂອງ​ລັດຖະບານ​ອາ​ເມ​ລິ​ກາ ​ເປີດ​ເຜີຍ​ອອກ​ມານັ້ນ ສະ​ແດງ​ໃຫ້​ເຫັນ​ວ່າ, NSA ​ໄດ້​ຕິດຕາມ​ລັກ​ຟັງ​ໂທລະສັບ​ຂອງ​ແອ​ສປາຍ 60 ກວ່າ​ລ້ານກໍລະນີ​ພາຍ​ໃນ​ໜຶ່ງ​ເດືອນ. ກະຊວງ​ການ​ຕ່າງປະ​ເທດ​ແອ​ສປາຍ​ໄດ້​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຕໍ່​ເຫດການ​ລັກ​ຟັງ​ດັ່ງກ່າວ, ​ແລະ​ໄດ້​ຮຽກ​ທ່ານ​ເອກ​ອັກ​ຄະ​ລັດຖະທູດ​ອາ​ເມ​ລິ​ກາ​ປະຈຳ​ແອ​ສປາຍ​ເຂົ້າພົບ​ໃນ​ມື້​ດຽວ​ກັນ, ​ໂດຍຮຽກຮ້ອງ​ໃຫ້​ອາ​ເມ​ລິ​ກາ​ຈົ່ງໃຫ້​ຄຳ​ອະທິບາຍ​ຕໍ່​ເຫດການທີ່​ເກີດ​ຂຶ້ນ​. ຕໍ່​ມາ ກະຊວງ​ການ​ຕ່າງປະ​ເທດ​ແອ​ສປາຍ​ໄດ້​ອອກ​ຖະ​ແຫຼງຂ່າວ​ອີກ, ​ໂດຍ​ກ່າວ​ວ່າ ​ແອ​ສປາຍ​ໄດ້​ຮຽກຮ້ອງ​ໃຫ້​ອາ​ເມ​ລິ​ກາຈົ່ງໃຫ້​ຄຳ​ອະທິບາຍ​ຕໍ່​ເຫດການ​ລັກ​ຟັງ​ໂທລະສັບ​ຂອງ​ແອ​ສປາຍ ​ແລະ​ສະໜອງ​ຂໍ້​ມູນ​ທີ່​ກ່ຽວຂ້ອງ​ທັງ​ໝົດ​ຕາມ​ຄວາມຈຳ​ເປັນ. ຖ້າ​ອາ​ເມ​ລິ​ກາມີ​ກະທຳຕິດຕາມ​ລັກ​ຟັງ​ແທ້, ກໍ​ຈະ​ມີ​ຜົນ​ກະທົບ​ຕໍ່​ການພົວພັນ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ​ແອ​ສປາຍ-ອາ​ເມ​ລິ​ກາ.