ລັດຖະມົນຕີ​ດ້ານ​ເສດຖະກິດ​ການ​ຄ້າ 10 ປະ​ເທດອາ​ຊຽນຢ້ຽມຢາມ​ຈີນ​ແລະໄດ້​ຮັບໝາກຜົນ​ຢ່າງ​ອຸດົມສົມບູນ

(GMT+08:00) 2013-10-29 18:12:57     cri
ຕາມ​ຂ່າວCRI: ​ເພື່ອ​ສະ​ເຫຼີ​ມສະຫຼອງອາ​ຊຽນກັບ​ຈີນ​ສ້າງ​ຕັ້ງ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຄົບຮອບ10ປີ, ກະຊວງ​ການ​ຄ້າ​ຈີນ​ໄດ້​ເຊື້ອ​ເຊີນ​ຄະນະ​ຜູ້​ແທນ​ລັດຖະມົນຕີ​​​ເສດຖະກິດ​ການ​ຄ້າ​ອາ​ຊຽນ​ເດີນທາງ​ມາ​ຢ້ຽມຢາມ​ຈີນ​ແຕ່​ວັນ​ທີ22ຫາ​ວັນ​ທີ26ຕຸລາ​ນີ້, ​ໄດ້​ຈັດ​ກິດຈະກຳ​, ການ​ໂຄສະນາການຄ້າ​​ແລະການ​ລົງທຶນ​ຢູ່​ນະຄອນ​ເສິ​ງຕູ, ນະຄອນ​ຊຽງ​ໄຮ້​ແລະ​ນະຄອນຫຼວງ​ປັກ​ກິ່ງ. ​ເມື່ອ​ເວົ້າ​ເຖິງ​ການ​ເດີນທາງ​ຢ້ຽມຢາມຄັ້ງ​ນີ້, ທ່ານນິວັດ​ທຳຣົງ ບຸນ​ຊົງ​ໄພສານ, ຮອງ​ນາຍົກລັດຖະມົນຕີ​ໄທ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​​ໄທໄດ້​ສະຫຼຸບ​ດ້ວຍ​ຄຳ​ທີ່ວ່າ "​ສຳ​ເລັດ​ຜົນ​ຢ່າງ​ຈົບງາມ, ​ໄດ້​ຮັບ​ໝາກຜົນ​ຢ່າງ​ອຸດົມສົມບູນ ".

ນັບ​ແຕ່​ວັນ​ທີ22ຕຸລາ​ນີ້​ເປັນ​ຕົ້ນມາ, ຄະນະ​ຜູ້​ແທນ​ລັດຖະມົນຕີ​ດ້ານ​ເສດຖະກິດ​ການ​ຄ້າ​ອາ​ຊຽນ​ເລີ່​ມ​ເດີນທາງ​ມາ​ຢ້ຽມຢາມ​ຈີນ. ຄະນະ​ຜູ້​ແທນປະກອບດ້ວຍຫຼາຍທ່ານ, ​ເຊິ່ງມີ​ສະມາຊິກ​ລວມທັງ​ລັດຖະມົນຕີ​​ເສດຖະກິດ​ການ​ຄ້າລາວ, ​ໄທ, ບຣູ​ໄນ, ກໍາປູ​ເຈຍ, ມຽນມາ, ຟີ​ລິບ​ປີນ, ຫວຽດນາມ, ສິງກະ​ໂປ,  ​ເອກ​ອັກຄະ​ລັດຖະທູດ​ອິນ​ໂດ​ເນ​​ເຊຍແລະມະ​ເລ​ເຊຍ​ປະຈຳ​ຈີນ, ພ້ອມ​ດ້ວຍ​ທ່ານ​ລິ​ມ ​ໂຫງ ຮິນ, ຮອງ​ເລຂາທິການ​ໃຫຍ່​ອາ​ຊຽນ. ສິ່ງ​ທີ່​ໜ້າສົນໃຈແມ່ນ, ຄະນະ​ຜູ້​ແທນ​ໄດ້​ເລືອກເອົາລົດ​ໄຟ​ຄວາມ​ໄວ​ສູງ​ເປັນ​ພາຫະນະຂອງ​ການ​ຢ້ຽມຢາມ, ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນກ່າວ​ວ່າ, ນີ້​ແມ່ນ​ການສະ​ແດງ​ໃຫ້ເຫັນເຖິງລະບົບທາງ​ລົດ​ໄຟ​​ຄວາມ​ໄວ​ສູງ​ຂອງຈີນໃຫ້​ຄະນະ​ຜູ້​ແທນໄດ້ຮູ້ຈັກຢ່າງແທ້ຈິງ.

ຢູ່​ນະຄອນ​ເສິງ​ຕູ, ​ເທດສະບານ​ແຂວງ​ເສ​ສວນ, ​ເຊິ່ງ​ເປັນ​ບ່ອນ​ຢ້ຽມຢາມ​​ແຫ່ງ​ທຳ​ອິດ, ລັດຖະມົນຕີ​ເສດຖະກິດ​ການ​ຄ້າບັນດາທ່ານ​ໄດ້​ສວຍ​ໂອກາດ​​ງານ​ວາງສະ​ແດງ​ຕາ​ເວັນ​ຕົກ​ເພື່ອ​ຍາດ​ແຍ່ງ​​ໃຫ້​ວິ​ສາ​ຫະກິດ​ເສ​ສວນ​ໄປ​ລົງທຶນ​ຢູ່​ອາ​ຊຽນ. ນອກຈາກ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ, ​ເຂດ​ການ​ຄ້າ​ເສລີ​ຊຽງ​ໄຮ້​ເຊິ່ງ​ຖືກ​ຫວັງ​ໃຫ້​ເປັນ​ບ່ອນ​ທົດ​ລອງ​ຂອງ​ການ​ປະຕິ​ຮູບ​ຮອບ​ໃໝ່​ຂອງ​ຈີນ​ກໍ່​ໄດ້​ຮັບ​ຄວາມເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຈາກ​ບັນດາ​ລັດຖະມົນຕີ​​ເສດຖະກິດ​ການ​ຄ້າຂອງອາຊຽນ. ​ໃນ​ໄລຍະ​ຢູ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ເຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນແລະ​ທ່ານ​ວ່າງ​ຢາງ, ຮອງ​ນາຍົກລັດຖະມົນຕີຈີນ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ຄະນະ​ຜູ້​ແທນ​ລັດຖະມົນຕີ​​ເສດຖະກິດ​ການ​ຄ້າ​ອາ​ຊຽນຕາມ​ລຳດັບ. ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ວ່າ, ຈີນ​ຍິນ​ດີ​ຕ້ອນຮັບ​ ​ວິ​ສາ​ຫະກິດ​ອາ​ຊຽນມາ​ລົງທຶນ​ຢູ່​ຈີນ, ພ້ອມກັນນັ້ນກໍ່​ສົ່ງ​ເສີມ​ໃຫ້​ວິ​ສາ​ຫະກິດ​ຈີນ​ໄປ​ລົງທຶນ​ຢູ່ອາຊຽນໃນ​ດ້ານ​ທາງ​ລົດ​ໄຟ​ແລະ​ພື້ນຖານ​ໂຄງ​ລ່າງ​ອື່ນໆ. ສະພາບ​ການ​​ເຊື່ອ​ຈອດກັນ​ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ດ້ານ​ການ​ຄ້າ​​ແລະ​ການ​ແລກປ່ຽນ​ການຮ່ວມມືແມ່ນສຳຄັນຫຼາຍ.

ທ່ານ​ນິວັດ​ທຳຣົງ ບຸນ​ຊົງ​ໄພສານ, ຮອງ​ນາຍົກລັດຖະມົນຕີ​​, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ໄທກ່າວ​ວ່າ, "ຂ້າພະ​ເຈົ້າ​ຮູ້ສຶກປິຕິຊົມຊື່ນແລະ​​ແຈ້ງ​ໃຫ້​ຊາບ, ​ເຈົ້າ​ໜ້າ​ທີ່​ຈີນ​ແລະ​ອາ​ຊຽນຈະ​ປຶກສາ​ຫາລື​ກ່ຽວ​ກັບ​ລາຍ​ລະອຽດຕ່າງໆເພື່ອຍົກ​ລະດັບ​​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ໃນ​ກອງ​ປະຊຸມ​ຮ່ວມ​ເຂດ​ການ​ຄ້າ​ເສລີ​ອາ​ຊຽນທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ບາງກອກ​ໃນ​ຕົ້ນ​ເດືອນ​ພິຈິກ​ໜ້າ​ນີ້, ​ເວົ້າສຳ​ລັບ​ການ​ລົງທຶນດ້ານ​ການ​ຄ້າ​ລະຫວ່າງ​ຈີນ-ອາ​ຊຽນ, ປີໜ້າ​ຈະ​ເປັນ​ປີທີ່​ມີ​ຄວາມ​ໝາຍ​ສຳຄັນ​ເປັນ​ຂີດ​ໝາຍ​ໃນ​ປະຫວັດສາດ​ອີກ​ປີ​ໜຶ່ງ."

ບັນດາ​ລັດຖະມົນຕີ​​ເສດຖະກິດ​ການ​ຄ້າ​ອາ​ຊຽນ​ເຫັນ​ວ່າ, ການ​ຢ້ຽມຢາມ​ໃນ​ຄັ້ງ​ນີ້​ໄດ້​ສ້າງ​ພື້ນ​ຖານ​ອັນ​ດີງາມ​ໃຫ້​ແກ່ການ​ຮ່ວມ​ມື​ໃນ​ອະນາຄົດ​ລະຫວ່າງ​ສອງ​ຝ່າຍ, ບັນດາ​ຜູ້​ແທນ​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມທີ່ຕໍ່​ການ​ບັນລຸເປົ້າ​ໝາຍ​ທີ່​ເຮັດ​ໃຫ້​ມູນ​ຄ່າ​ການ​ຄ້າ​​ລະຫວ່າງ​ອາ​ຊຽນກັບ​ຈີນ​ບັນລຸ500ຕື້​ໂດ​ລາ​ໃນ​ປີ2015​ແລະ​ບັນລຸ 1000ຕື້​ໂດ​ລາ​ໃນ​ປີ2020.