ທ່ານ​ບຼາຮີ​ມີ​ເດີນທາງ​ໄປ​ເຖິງ​ຊີຣີ​ແລະ​​ເລີ່​ມການ​ໄກ່​​ເກ່ຍບັນຫາ​ພາຍ​​ໃນ​ຂອງ​ຝ່າຍ​ຕ່າງໆ

(GMT+08:00) 2013-10-29 15:15:40     cri

ວັນ​ທີ 28 ຕຸລາ​ນີ້, ທ່ານ​ລັກ​ດາ ​ບຼາຮີ​ມີ​, ຜູ້ຕາງໜ້າ​ພິ​ເສດ​ຮ່ວມ​ກ່ຽວ​ກັບວິ​ກິດ​ການ​ຊີຣີຂອງອົງການ​ສະຫະ​ປະຊາ​ຊາດ-ສັນນິບາດອາຣັບ​ໄດ້​ເດີນທາງ​ໄປ​ເຖິງນະຄອນຫລວງດາ​ມັດສຂອງ​ຊີຣີ ​ແລະ​​ເລີ່​ມກາ​ນພົບ​ປະ​ເຈ​ລະ​ຈາ​ກັບ​ຝ່າຍ​ທີ່​ກ່ຽວຂ້ອງ​ຂອງ​ຊີຣີວ່າ​ດ້ວຍກອງ​ປະຊຸມ​ສາກົນ​ບັນຫາ​ຊີຣີ. ​ໃນ​ໄລຍະ​ຢ້ຽມຢາມ​ຊີຣີ, ທ່ານ​ຈະ​ຈັດການ​​ເຈລະຈາ​ກັບ​​ເຈົ້າໜ້າ​ທີ່​ອົງການ​ລັດຖະບານເຊັ່ນ​ກະຊວງ​ການ​ຕ່າງປະ​ເທດ​ຊີຣີ ​ແລະຜູ້​ນໍາຝ່າຍ​ຕໍ່​ຕ້ານ​ເຊັ່ນ​​ອົງການ​ປະສານ​ງານ​​ກໍາລັງ​ປະຕິ​ຮູບ​ປະຊາທິປະ​​ໄຕ​ທົ່ວ​ປະ​​ເທດ​ຊີຣີ​ ​ແລະ​ອື່ນໆ.

ກ່ອນ​ທ່ານ​ຈະ​ເດີນທາງ​​ໄປ​ຢ້ຽມຢາມ​ຊີຣີ, ທ່ານ​ກໍ​ໄດ້​ໄປ​ຢ້ຽມຢາມ​ເອຢິບ, ອີຣັກ, ຄູ​ເວັດ, ​ໂອ​ມານ, ກາ​ຕາ, ຕວກກີ, ຊັອກດາ​ນີ, ​​ອີຣານ ​ແລະ​ປ​ະ​ເທດ​ແລະ​ພາກພື້ນອື່ນໆ ​ແລ​ະ​ໄດ້​ປືກສາ​ຫາລືກັບສັນນິບາດ​ອາ​ຣັບ​ແລະ​ປະ​ເທດ​ທີ່ກ່ຽວຂ້ອງ​ໃນ​ພາ​ກພື້ນ​ກ່ຽວ​ກັບ​ວຽກ​ງານ​ການ​ກະກຽມ​ກອງ​ປະຊຸ​​​ເຊີ​​ແນວ​ຄັ້ງ​ທີ​ສອງ. ມາ​ຮອດ​ປັດຈຸບັນ​ນີ້, ລັດຖະບານ​ຊີຣີກັບ​ຝ່າຍ​ຕໍ່ຕ້ານ​ຕ່າງໆ​ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ຊີຣີມີ​ຂໍ້​ຂັດ​ແຍ້​ງກັນຫລາຍ​​​ໃນ​​ບັນຫາ​ຕ່າງໆ​ເຊັ່ນ ເວລາ​ຈັດ​ກອງ​ປະຊຸ​ມ, ​ເງື່ອນ​ໄຂ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ແລະ​ອື່ນໆ.