ສປປ ​ເກົາຫລີ​ລະນຶກ​ວັນ​ທີ່ກອງ​ທະຫານ​ອາສາ​ສະໝັກ​ປະຊາຊົນ​ຈີນ​ໄປ​ປະຕິບັດ​ພັນທະ​ສາກົນ​ຂອງ​ຕົນຢູ່ ສປປ ​ເກົາຫລີ ຄົບຮອບ 63 ປີ

(GMT+08:00) 2013-10-29 15:25:27     cri

ວັນ​ທີ 28 ຕຸລາ​ນີ້, ສໍານັກ​ຂ່າວ​ສູນ​ກາງ ສປປ ​ເກົາຫລີລາຍ​ງານ​ວ່າ, ສຸສານ​ຜູ້​ເສຍສະຫລະກອງ​ທະຫານ​ອາສາ​ສະໝັກ​ປະຊາຊົນ​ຈີນທີ່​ເປັນ​ສັນ​ຍະ​ລັກ​ແຫ່ງ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ ສປປ ​ເກົາຫລີກັບຈີນ ຈະ​ມີ​ແຈ້ງ​ສະຫວ່າງ​ຢູ່​ຕະຫລອດ​ໄປ​. ວັນ​ທີ 25 ຕຸລາ​ນີ້, ຜູ້​ນໍາ​ພັກ, ລັດ​ແລະ​ກອງທັບ ສປປ ​ເກົາຫລີ​​ໄດ້​ຈັດ​ພິທີລະນຶກ​ວັນ​ທີ່ກອງ​ທະຫານ​ອາສາ​ສະໝັກ​ປະຊາຊົນ​ຈີນ​ໄປ​​ປະຕິບັດ​ພັນທະ​ສາກົນ​ຂອງ​ຕົນຢູ່ ສປປ ​ເກົາຫລີ ຄົບຮອບ 63 ປີ. ສື່​ມວນ​ຊົນ ສປປ ​ເກົາຫລີກໍ​ໄດ້​ອອກ​ບົດ​ສະດຸດ​ດີຫລາຍ​ບົດ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້. ​ເດືອນ​ກໍລະກົດ​ປີ​ນີ້, ​ໃນ​ເວລາລົງ​ຢ້ຽມຢາມສຸສານ, ທ່ານ​ຄີມ ຈົງ-​ອຸນ, ຜູ້​ນໍາ​ສູງ​ສຸດ ສປປ ​ເກົາຫລີກ່າວ​​ເນັ້ນ​ວ່າ, ​ຈິດ​ໃຈ​ຂອງຜູ້​ເສຍສະຫລະຂອງກອງ​ທະຫານ​ອາສາ​ສະໝັກ​ປະຊາຊົນ​ຈີນທີ່​ເດີນທາງ​ໄປສູ່ສະໜາມຮົບ​ຢ່າງ​ຈູບ​ຈ້າງ​ຫ້າວຫັນ​ແລະ​ສະຫລະ​ຊີວິດ​ທີ່​ລໍ້າ​ຄ່າ​ຈະ​ໄດ້​ຮັບ​ການ​ຈາລຶກ​ໄວ້​ຈາ​ກອງທັບ​ແລະປະຊາຊົນ ສປປ ​ເກົາຫລີ​ຕະຫລອດ​ໄປ.

ວັນ​ທີ 25 ຕຸລາ​ນີ້ ​ເປັນວັນ​ລະນຶກກອງ​ທະຫານ​ອາສາ​ສະໝັກ​ປະຊາຊົນ​ຈີນ​ທີ່​ໄດ້ສູ້​ຮົບ​ຢູ່ ສປປ ​ເກົາຫລີ ຄົບຮອບ 63 ປີ, ວົງ​ການ​ຕ່າງໆ​ຂອງ ສປປ ​ເກົາຫລີ​ໄດ້​ຈັດ​ກິດຈະ​ກໍາ​ລະນຶກ​ຫລາຍ​ຄັ້ງ​ໃນຫລາຍ​ມື້​ມໍ່ໆ​ມານີ້. ວັນ​ທີ 25 ຕຸລາ​ນີ້, ຜູ້​ນໍາ​ພັກ, ລັດ ​ແລະ​ກອງທັບ ສປປ ​ເກົາຫລີ​​ໄດ້​ຈັດ​ພິທີລະນຶກ​ຢູ່​ຕໍ່ໜ້າອານຸສາວະລີ​ມິດຕະພາບ ສປປ ​ເກົາຫລີ-ຈີນ​ຢູ່​ນະຄອນຫລວງ​ພຽງ​ຢາງ​ຂອງ ສປປ ​ເກົາຫລີ. ​ໃນຫລາຍ​ມື້​ມໍ່ໆ​ມານີ້, ຫລາຍ​ໆຄົນ​ໄດ້​ເດີນທາງ​ໄປ​ໄວ້ອາ​ໄລ​ຢູ່ສຸສານ​ຜູ້​ເສຍສະຫລະຂອງກອງ​ທະຫານ​ອາສາ​ສະໝັກ​ປະຊາຊົນ​ຈີນ.