ຄວາ​ມ​ເວົ້າ​ທີ່​ກ່ຽວຂ້ອງ​ຂອງ​ຜູ້​ນໍາ​ຍີ່ປຸ່ນສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຈອງຫອງ​ແຕ່​ພັດ​ເກງ​ກົວແບບ​ຕົວະ​ຕົນ​ເອງ​ຂອງ​ນັກ​ເລງ​ການ​ເມືອງ​ຍີ່ປຸ່ນ

(GMT+08:00) 2013-10-29 15:31:17     cri

ວັນ​ທີ 28 ຕຸລາ​ນີ້, ທ່ານ​ນາງ​ຮວ໋າຊຸນ​ຢິ໋ງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວຢູ່​ນະຄອນຫລວງ​ປັກ​ກິ່ງ​ວ່າ, ຜູ້​ນໍາ​ຍີ່ປຸ່ນ​ທີ່​ກ່າວ​ຄວາມ​ເວົ້າ​ແບບ​ທ້າ​ທາຍ​ເກາະ​ຜິດ​ກ່ຽວ​ກັບ​ຈີນ​ຢ່າງ​ບໍ່​ຢຸດ​ຢັ້ງ​ໄດ້ສະ​ແດງ​ໃຫ້​ເຫັນ​​ເຖິງ​ຄວາມ​ຈອງຫອງ​ແຕ່​ພັດ​ເກງ​ກົວ​​ແບບ​ຕົວະ​ຕົນ​ເອງ​ຂອງ​ນັກ​ເລງ​ການ​ເມືອງ​ຍີ່ປຸ່ນອີກ​ຄັ້ງ​ໜຶ່ງ, ຍີ່ປຸ່ນ​ຄວນ​ສະ​ແດງ​ຄວາມ​ຈິງ​​ໃຈ​ແລ​ະການ​ກະທໍາ​ຕົວ​ຈິງ ​ເພື່ອ​ທໍາ​ຄວາ​ມພະຍາຍາມຢ່າງ​ແທ້​ຈິງ​​ໃນການ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.

ນາງ​ຮວ໋າຊຸນ​ຢິ໋ງກ່າວ​ວ່າ, ການ​ກະທໍາພຽງ​ຝ່າຍ​ດຽວຂອງ​ຝ່າຍຍີ່ປຸ່ນ​ຕໍ່​ເກາະ​ຕ້ຽວ​ຢູ​ແມ່ນ​ຜິດ​ກົດໝາຍ​ແລະ​ບໍ່​ມີ​ຜົນ​ສັກສິດ​ມາ​​ແຕ່ຕົ້ນ, ຝ່າຍຈີນ​ບໍ່​ເຄີຍ​ຮັບຮອງ​ແລະ​ໄດ້​ທໍາ​ການ​ຄັດຄ້ານ​ຢ່າງ​ເດັດດ່ຽວ. ຜູ້​ທີ່​ທໍາລາຍ​ສະພາບ​ປັດຈຸບັນ​ຂອງເກາະ​ຕ້ຽວ​ຢູບໍ່​ແມ່ນ​ຜູ້​ອື່ນ, ຫາກ​ແມ່ນ​ຍີ່ປຸ່ນ​​ເອງ. ຝ່າຍ​ຍີ່ປຸ່ນ​ຄວນ​ສໍານຶກ​ຄືນ​ການ​ກະທໍາ​ຂອງ​ຕົນ​ເອງ, ຍຸດຕິ​ຄວາມ​ເວົ້າ​​ແລະການ​ກະທໍາ​ແບບ​ທ້າຍ​ທາຍ​ເກາະ​ຜິດ, ສະ​ແດງ​ຄວາມ​ຈິງ​ໃຈ​ແລະ​ການ​ກະທໍາ​ຕົວ​ຈິງ ​ແລະ​ທໍາ​ຄວາມ​ພະຍາຍາມ​ຢ່າງ​ແທ້​ຈິງ​ເພື່ອ​ຄວບ​ຄຸມ​​ແລະ​ແກ້​​ໄຂ​ບັນ​ຫາ​ຢ່າງ​ເໝາ​ະສົມ​ ​ເພື່ອ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.