ການ​ເລືອກ​ຕັ້ງລະດັບ​ທ້ອງ​ຖິ່ນຂອງ​​ຟິລິບ​ປິນ​ເກີດ​ເຫ​ດການຄວາມ​ຮຸນ​ແຮງ​ຢ່າງ​ຕໍ່​ເນື່ອງ ກອງທັບ​ແລະ​ຕໍາຫລວດຢູ່​ໃນ​ສະພາບ​ກຽ​ມພ້ອມຢ່າງຮອບດ້ານ

(GMT+08:00) 2013-10-29 16:37:06     cri

ໜັງສືພິມ​ຫລຽນ​ເຮີ​ຈາວ​ປ້າວ​ຂອງ​ສິງກະ​ໂປ​ລາຍ​ງານ​ວ່າ, ວັນ​ທີ 28 ຕຸລາ​ນີ້, ຟິລິບ​ປິນ​ໄດ້​ຈັດການ​​ເລືອກ​ຕັ້ງ​ຂັ້ງ​ບ້ານ​​ໂດຍ​ມີກອງທັບ​ແລະ​ຕໍາຫລວດທົ່ວ​ປະ​ເທດປ້ອງ​ກັນ​ຢ່າງຮອບດ້ານ. ​ໃນ​ໜຶ່ງ​ເດືອນ​ທີ່​ຜ້ານ​ມາ, ​ໃນ​ທົ່ວ​ປະ​ເທດຟິລິບ​ປິນມີ​ຜູ້​ສະໝັກ​ຮັບ​​ເລືອກ​ຕັ້ງ​ແລະ​ຜູ້​ສະໜັບສະໜູນຜູ້​ສະໝັກ​ຮັບ​​ເລືອກ​ຕັ້ງລວມ 22 ຄົນ​​​ໄດ້​ເສຍ​ຊີວິດ​ໃນ​ເຫ​ດການຄວາມ​ຮຸນ​ແຮງທີ່​ກ່ຽວຂ້ອງກັບການ​ເລືອກ​ຕັ້ງ, ຍັງ​ມີ​ເກືອບ 30 ຄົນ​ໄດ້​ຮັບ​ບາດ​ເຈັບ, ​ຫລາຍ​ຮ້ອຍ​ຄົນ​ຖືກ​ຈັບຕົວ.

ທ່ານຣູ​ເບ​ນ ຊິນ​ດັກ, ​ໂຄສົກ​ຕໍາຫລວດ​ແຫ່ງ​ຊາດຟິລິບ​ປິນກ່າວ​ວ່າ, ຍ້ອນ​ວ່າ​ມີ​ການ​ແຂ່ງຂັນ​ຢ່າງ​ຮຸນ​ແຮງ​ລະຫວ່າງ​ຜູ້​ລົງ​ສະໝັກ​ຮັບ​ເລືອກ​ຕັ້ງ, ສະນັ້ນ​ໄດ້​ເກີດ​ເຫ​ດການ​ຮຸນ​ແຮງ​ເລື້ອຍໆ. ປັດຈຸບັນ​ນີ້, ຕໍາຫລວດ​ໄດ້​ເພີ່ມ​ກໍ​າລັງຢ່າງ​ຫລວງຫລາຍເພື່ອ​ຮັກສາ​ຄວາມ​ປອດ​ໄພ​ຂອງຜູ້​ສະໝັກ​ຮັບ​​ເລືອກ​ຕັ້ງທຸ​ກໆ​ຄົນ​. ທ່ານ​ອາ​ກີ​ໂນ, ປະທານາທິບໍດີຟິລິບ​ປິນກໍ​ໄດ້ຮຽກຮ້ອງ​ໃຫ້​ທຸກ​ຝ່າຍ​ຈົ່ງຍຸດຕິ​ການ​ໂຈມ​ຕີ​ດ້ວຍ​ຄວາມ​ຮຸນ​ແຮງ.