ໂສ​ສົກກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ: ຍີ່ປຸ່ນ​ຄວນຍຸດຕິ​ການ​ສ້າງ​ຄວາມ​ເວົ້າ​ກ່ຽວ​ກັບການຂົ່ມຂູ່​ຈາກ​ພາຍ​ນອກ, ​ແລະ​ອະທິບາຍ​​ເຈຕະນາ​ອັນ​ແທ້​ຈິງ​ຂອງ​ຕົນທີ່​ເພີ່ມ​ກຳລັງ​ອາວຸດ

(GMT+08:00) 2013-10-30 15:07:49     cri
ວັນ​ທີ 29 ຕຸລາ​ນີ້​ຢູ່​ທີ່​ປັກ​ກິ່ງ, ທ່ານ​ນາງ​ຮົ໋ວຊຸນ​ຢິງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ເຕືອນ​ໃຫ້​ຍີ່ປຸ່ນ​ຍຸດຕິ​ການ​ສ້າງ​ຄວາມ​ເວົ້າ​ກ່ຽວ​ກັບ​ການ​ຂົ່ມຂູ່​ຈາກ​ພາຍ​ນອກ, ແລະ​ອະທິບາຍ​​ເຈຕະນາ​ອັນ​ແທ້​ຈິງ​ຂອງ​ຕົນກ່ຽວ​ກັບ​ເພີ່ມ​ກຳລັງ​ອາວຸດຕໍ່​ປະຊາ​ຄົມ​ໂລກ​.

ທ່ານ​ນາງ​ຮົ໋ວຊຸນ​ຢິງກ່າວ​ວ່າ, ຫຼັກ​ໝັ້ນ​ຂອງ​ຈີນ​​ໃນ​ບັນຫາ​ທີ່​ກ່ຽວຂ້ອງ​ແມ່ນຈະ​ແຈ້ງ​ທີ່​ສຸດ, ຈີນ​ຍຶດໝັ້ນ​​ເດີນຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ, ສຳລັບ​ຄວາມ​​ເຫັນ​ທີ່ແຕກ​ຕ່າງ​ກັນ​ແລະ​ຄວາມ​ຂັດ​ແຂ່ງ​ກັນ​ກັບປະ​ເທດ​ອ້ອມ​ຂ້າງ, ຈີນ​ມີ​ຄວາມ​ເ​ຫັນ​ແລະ​ພະຍາຍາມ​ແກ້​ໄຂ​ຢ່າງ​ເໝາະ​ສົມດ້ວຍ​ການ​ເຈລະຈາ​ແລະ​ການ​ປຶກສາ​ຫາລື. ພ້ອມ​ກັນ​ນັ້ນ, ກ່ຽວ​ກັບ​ການ​ກະທຳ​ທີ່​ລ່ວງ​ລ້ຳ​ອະທິປະ​ໄຕ​ເໜືອດິນ​ຂອງ​ຈີນ, ຈີນ​ກໍ່​ກຽມພ້ອມຈະ​ຮັບ​ມື​ຢ່າງ​ເດັດດ່ຽວ.
ທ່ານ​ນາງ​ຮົ໋ວຊຸນ​ຢິງກ່າວ​ວ່າ, ຍ້ອນ​ສາ​ເຫດ​ດ້ານປະຫວັດສາດ, ຈີນ​ຫວັງ​ໃຫ້​ຍີ່ປຸ່ນ​ຈົ່ງ​ສຳນຶກຄືນ​ປະຫວັດສາດ​ຢ່າງ​ຕັ້ງ​ໃຈ, ຍຶດໝັ້ນ​​ເດີນໄປ​ຕາມ​ເ​ສັ້ນ​ທາງ​ພັດທະນາ​ໂດຍ​ສັນຕິ, ​ທຳ​ຄວາມ​ພະຍາຍາມ​ຢ່າງ​ແທ້​ຈິງ​ເພື່ອ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ດ້ວຍ​ການ​ກະທຳ​ຕົວ​ຈິງ.